ໃນຕອນບ່າຍຂອງວັນທີ 20 ພະຈິກ 2023, ສູນບໍລິການ SME ໄດ້ຈັດຊຸດສຳມະນາໃນຫົວຂໍ້: “Sustainable Business and Packaging” ຂື້ນທີ່ ສຄອຊ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດຮັບຮູ້ເຖິງນະວັດຕະກຳ ແລະ ມາດຕະຖານຂອງການຫຸ້ມຫໍ່ຜະລິດຕະພັນ ແລະ ຄຳນຶງເຖິງ ຄວາມສຳຄັນຂອງການບັນຈຸພັນ ເພື່ອສົ່ງເສີມຄວາມຍຶນຍົງໃຫ້ແກ່ໂຕສິນຄ້າ ແລະ ກິດຈະການ, ຊຸດສຳມະນາໃນຄັ້ງນີ້ ໄດ້ຮັບກຽດໃນການເປັນວິທະຍາກອນຈາກ ຮອງສາສະດາຈານ ແລະ ອາຈານ 10ທ່ານ ຈາກ ມະຫາວິທະຍາໄລ ກະເສດສາດ



