ການບໍລິການຂອງເຮົາ

ໃຫ້ຄຳປຶກສາທຸລະກິດ
- ລຳດັບຄວາມສຳຄັນຂອງທຸລະກິດ ປ່ຽນແປງຕາມປັດໄຈຕ່າງໆ.
- ບໍລິສັດເລີ່ມຕົ້ມໃໝ່ສາມາດຈັດລຳດັບຄວາມສຳຄັນ ທາງການເງິນ ແລະ ການເຂົ້າສູ່ຕະຫຼາດ, ບໍລິສັດທີ່ສ້າງຕັ້ງຂຶ້ນຈະເນັ້ນໃສ່ຕະຫຼາດ ແລະ ນະວັດຕະກຳໃໝ່ໆ.
- ບໍລິສັດສາມາດໄດ້ຮັບຜົນປະໂຫຍດຈາກຄຳແນະນຳຂອງພວກເຮົາໄດ້.
- ຈຸດປະສົງຂອງມູມມອງສາມາດສ້າງຄວາມແຕກຕ່າງທັງໝົດໄດ້.

ຈັດຝຶກອົບຮົມ ແລະ ກອງປະຊຸມ
- ການຝຶກອົບຮົມແບບໂຕ້ຕອບກັນຂອງຜູ້ເຂົ້າຮ່ວມກອງປະຊຸມດ້ວຍກັນ ເຊິ່ງເປັນກິດຈະກຳການຝຶກອົບຮົມທາງພາກປະຕິບັດຫຼາຍກວ່າມານັ່ງຟັງການບັນຍາຍ ຫຼື ການນຳສະເໜີຂອງວິທະຍາກອນຝ່າຍດຽວ.

ເຄືອຂ່າຍທຸລະກິດ
ລະບົບເຄືອຂ່າຍເປັນກິດຈະກຳທາງທຸລະກິດ ເສດຖະກິດ-ສັງຄົມ ທີ່ຜູ້ປະກອບກິດຈະການພົບປະກັນ
- ເພື່ອສ້າງຄວາມສຳພັນທາງທຸລະກິດ;
- ແບ່ງປັນຂໍ້ມູນຂ່າວສານ; ແລະ
- ສະແຫວງຫາຄູ່ຮ່ວມທຸລະກິດທີ່ມີທ່າແຮງສຳລັບການລົງທຶນ.

ເຜີຍແຜ່ຂໍ້ມູນເສີມສ້າງຄວາມຮັບຮູ້ກັບ AEC
ການເຜີຍແຜ່ໝາຍເຖິງການເຜີຍແຜ່ຂໍ້ມູນ ຂ່າວສານ, ຄວາມຮູ້ ແລະ ຄວາມຄິດເຫັນໃຫ້ກວ້າງຂວາງອອກໄປ. ແນວຄວາມຄິດໃນການເຜີຍແຜ່ກໍຄື: ຂໍ້ມູນເດີນທາງຈາກບຸກຄົນໜຶ່ງໄປສູ່ອີກຄົນໜຶ່ງ ຫຼື ດ້ວຍສື່ອື່ນໆ.

ສະຖານທີ່ເຮັດວຽກຮ່ວມກັນ ຂອງນັກທຸລະກິດໃໝ່
- ສະຖານທີ່ເຮັດວຽກຮ່ວມກັນຂອງນັກທຸລະກິດໃໝ່ເປັນຮູບແບບການໃຫ້ບໍລິການທາງທຸລະກິດທີ່ກ່ຽວຂ້ອງກັບຜູ້ຄົນທີ່ເຮັດວຽກຢ່າງອິດສະຫຼະ ຫຼື ເຮັດວຽກຮ່ວມກັນໂດຍການແບ່ງປັນພື້ນທີ່ເຮັດວຽກເພື່ອນຳໃຊ້ຮ່ວມກັນ.

ໃຫ້ຄຳປຶກສາຜູ້ປະກອບກິດຈະການ ວນກ, ທຸລະກິດເລີ່ມຕົ້ນໃໝ່
- ການເຕີບໃຫຍ່ຂະຫຍາຍຕົວທາງທຸລະກິດອາດບໍ່ແມ່ນເລື່ອງງ່າຍ ແຕ່ເປັນພາກສ່ວນທີ່ສຳຄັນຫຼາຍ, ຜູ້ຊ່ຽວຊານຂອງພວກເຮົາສາມາດກວດສອບທຸລະກິດຂອງທ່ານ ເພື່ອວິເຄາະຈຸດແຂງ ແລະ ຈຸດອ່ອນ, ຊ່ວຍໃຫ້ ທ່ານ ຕັດສິນໃຈທາງ ການເງິນໄດ້ດີຂຶ້ນ.
ລາຍການໃຫ້ບໍລິການຕ່າງໆ
- ການຈັດຝຶກອົບຮົມພາຍໃນຫົວຂໍ້ຕ່າງໆ ແລະ ຈັດສຳມະນາ ໃນການສ້າງຂີດຄວາມສາມາດ ໃຫ້ແກ່ພາກທຸລະກິດຂັ້ນສູນກາງ ແລະ ທ້ອງຖີ່ນ;
- ການໃຫ້ຄຳປຶກສາທາງດ້ານທຸລະກິດ SME ແລະ Start Up ທາງດ້ານການສ້າງແຜນທຸລະກິດ ແລະ ການເຂົ້າຫາແຫລ່ງທຶນ;
- ບໍລິການໃຫ້ຄຳປຶກສາດ້ານທຸລະກິດ MSME Clinic;
- ການນຳພາທຸລະກິດໄປພົບປະແລກປ່ຽນບົດຮຽນ ແລະ ສ້າງເຄື່ອຂ່າຍເພື່ອຈັບຄູ່ທຸລະກິດ ທັງ ພາຍໃນ ແລະ ຕ່າງປະເທດ;
- ການເກັບກຳຖານຂໍ້ມູນ Database Alumni ເພື່ອອຳນວຍຄວາມສະດວກທາງດ້ານການສະໜອງຂໍ້ມູນຂ່າວສານຕ່າງໆ;
- ການໂຄສະນາ ແລະ ປະຊາສຳພັນຜ່ານເວັບໄຊ ແລະ ເຟດບຸກເພສ;
- ການບໍລິການທາງດ້ານການປະສານງານ ແລະ ສະໜອງຂໍ້ມູນໃຫ້ແກ່ SME ເຂົ້າເຖີງຕະຫລາດ ແລະ ສາມາດຂະຫຍາຍທຸລະກິດ ໃນການເພີ່ມການເຊື່ອມໂຍງໃຫ້ທົ່ວພາກພື້ນອາຊຽນໄດ້ ຊື່ງເປັນສູນລວມຂໍ້ມູນຂ່າວສານແບບປະຕູດຽວໃນພາກພື້ນ ເພື່ອສົ່ງເສີມທຸລະກິດອາຊຽນອອກສູ່ສາກົນ ASEAN Access;
- ການຈັດງານສົ່ງເສີມຜູ້ປະກອບການຂັ້ນສູນກາງ ແລະ ຂັ້ນແຂວງ Enterpreneurship’s Day;
- ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການໃນບັນດາສູນກາງ ແລະ ບັນດາແຂວງ;
- ສ້າງຜູ້ປະກອບການໃໝ່;
- ສົ່ງເສີມການຕະຫລາດເພື່ອການສົ່ງອອກສູ່ສາກົນ.