ການບໍລິການຂອງເຮົາ

ໃຫ້ຄຳປຶກສາທາງທຸລະກິດ

ລຳດັບຄວາມສຳຄັນຂອງທຸລະກິດ ປ່ຽນແປງຕາມປັດໄຈຕ່າງໆ. ບໍລິສັດເລີ່ມຕົ້ມໃໝ່ສາມາດຈັດລຳດັບຄວາມສຳຄັນ ທາງການເງິນ ແລະ ການເຂົ້າສູ່ຕະຫຼາດ, ບໍລິສັດທີ່ສ້າງຕັ້ງຂຶ້ນຈະເນັ້ນໃສ່ຕະຫຼາດ ແລະ ນະວັດຕະກຳໃໝ່ໆ. ບໍລິສັດສາມາດໄດ້ຮັບຜົນປະໂຫຍດຈາກຄຳແນະນຳຂອງພວກເຮົາໄດ້. ຈຸດປະສົງຂອງມູມມອງສາມາດສ້າງຄວາມແຕກຕ່າງທັງໝົດໄດ້.

ໃຫ້ຄຳປຶກສາຜູ້ປະກອບກິດຈະການ ວນກ, ທຸລະກິດເລີ່ມຕົ້ນໃໝ່

ການເຕີບໃຫຍ່ຂະຫຍາຍຕົວທາງທຸລະກິດອາດບໍ່ແມ່ນເລື່ອງງ່າຍ ແຕ່ເປັນພາກສ່ວນທີ່ສຳຄັນຫຼາຍ, ຜູ້ຊ່ຽວຊານຂອງພວກເຮົາສາມາດກວດສອບທຸລະກິດຂອງທ່ານ ເພື່ອວິເຄາະຈຸດແຂງ ແລະ ຈຸດອ່ອນ, ຊ່ວຍໃຫ້ ທ່ານ ຕັດສິນໃຈທາງ ການເງິນໄດ້ດີຂຶ້ນ.

ການຝຶກອົບຮົມ ແບບປະຕິບັດການ

ການຝຶກອົບຮົມແບບໂຕ້ຕອບກັນຂອງຜູ້ເຂົ້າຮ່ວມກອງປະຊຸມດ້ວຍກັນ ເຊິ່ງເປັນກິດຈະກຳການຝຶກອົບຮົມທາງພາກປະຕິບັດຫຼາຍກວ່າມານັ່ງຟັງການບັນຍາຍ ຫຼື ການນຳສະເໜີຂອງວິທະຍາກອນຝ່າຍດຽວ.

ສະຖານທີ່ເຮັດວຽກຮ່ວມກັນຂອງນັກທຸລະກິດໃໝ່

ສະຖານທີ່ເຮັດວຽກຮ່ວມກັນຂອງນັກທຸລະກິດໃໝ່ເປັນຮູບແບບການໃຫ້ບໍລິການທາງທຸລະກິດທີ່ກ່ຽວຂ້ອງກັບຜູ້ຄົນທີ່ເຮັດວຽກຢ່າງອິດສະຫຼະ ຫຼື ເຮັດວຽກຮ່ວມກັນໂດຍການແບ່ງປັນພື້ນທີ່ເຮັດວຽກເພື່ອນຳໃຊ້ຮ່ວມກັນ.

ການເຜີຍແຜ່ຂໍ້ມູນຂ່າວສານ

ການເຜີຍແຜ່ໝາຍເຖິງການເຜີຍແຜ່ຂໍ້ມູນ ຂ່າວສານ, ຄວາມຮູ້ ແລະ ຄວາມຄິດເຫັນໃຫ້ກວ້າງຂວາງອອກໄປ. ແນວຄວາມຄິດໃນການເຜີຍແຜ່ກໍຄື : ຂໍ້ມູນເດີນທາງຈາກບຸກຄົນໜຶ່ງໄປສູ່ອີກຄົນໜຶ່ງ ຫຼື ດ້ວຍສື່ອື່ນໆ.

ເຄືອຂ່າຍທຸລະກິດ

ລະບົບເຄືອຂ່າຍເປັນກິດຈະກຳທາງທຸລະກິດ ເສດຖະກິດ-ສັງຄົມ ທີ່ຜູ້ປະກອບກິດຈະການພົບປະກັນເພື່ອສ້າງຄວາມສຳພັນທາງທຸລະກິດ, ແບ່ງປັນຂໍ້ມູນຂ່າວສານ,  ແລະ ສະແຫວງຫາຄູ່ຮ່ວມທຸລະກິດທີ່ມີທ່າແຮງສຳລັບການລົງທຶນ.

ລາຍການໃຫ້ບໍລິການຕ່າງໆ

  1. ການຈັດຝຶກອົບຮົມພາຍໃນຫົວຂໍ້ຕ່າງໆ ແລະ ຈັດສຳມະນາ ໃນການສ້າງຂີດຄວາມສາມາດ ໃຫ້ແກ່ພາກທຸລະກິດຂັ້ນສູນກາງ ແລະ ທ້ອງຖີ່ນ;
  2. ການໃຫ້ຄຳປຶກສາທາງດ້ານທຸລະກິດ SME ແລະ Start Up ທາງດ້ານການສ້າງແຜນທຸລະກິດ ແລະ ການເຂົ້າຫາແຫລ່ງທຶນ;
  3. ບໍລິການໃຫ້ຄຳປຶກສາດ້ານທຸລະກິດ MSME Clinic;
  4. ການນຳພາທຸລະກິດໄປພົບປະແລກປ່ຽນບົດຮຽນ ແລະ ສ້າງເຄື່ອຂ່າຍເພື່ອຈັບຄູ່ທຸລະກິດ ທັງ ພາຍໃນ ແລະ ຕ່າງປະເທດ;
  5. ການເກັບກຳຖານຂໍ້ມູນ Database Alumni ເພື່ອອຳນວຍຄວາມສະດວກທາງດ້ານການສະໜອງຂໍ້ມູນຂ່າວສານຕ່າງໆ;
  6. ການໂຄສະນາ ແລະ ປະຊາສຳພັນຜ່ານເວັບໄຊ ແລະ ເຟດ​ບຸກ​ເພສ;
  7. ການບໍລິການທາງດ້ານການປະສານງານ ແລະ ສະໜອງຂໍ້ມູນໃຫ້ແກ່ SME ເຂົ້າເຖີງຕະຫລາດ ແລະ ສາມາດຂະຫຍາຍທຸລະກິດ ໃນການເພີ່ມການເຊື່ອມໂຍງໃຫ້ທົ່ວພາກພື້ນອາຊຽນໄດ້ ຊື່ງເປັນສູນລວມຂໍ້ມູນຂ່າວສານແບບປະຕູດຽວໃນພາກພື້ນ ເພື່ອສົ່ງເສີມທຸລະກິດອາຊຽນອອກສູ່ສາກົນ ASEAN Access;
  8. ການຈັດງານສົ່ງເສີມຜູ້ປະກອບການຂັ້ນສູນກາງ ແລະ ຂັ້ນແຂວງ Enterpreneurship’s Day;
  9. ການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການໃນບັນດາສູນກາງ ແລະ ບັນດາແຂວງ;
  10. ສ້າງຜູ້ປະກອບການໃໝ່;
  11. ສົ່ງເສີມການຕະຫລາດເພື່ອການສົ່ງອອກສູ່ສາກົນ.