ໃນລະຫວ່າງວັນທີ 23-26 ພະຈິກ 2023, ທ່ານ ພຸດທະສອນ ພົມວິໃສ ຫົວໜ້າສູນບໍລິການ SME, ສຄອຊ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ວາງແຜນ ການຈັດງານ “ວັນສົ່ງເສີມຜູ້ປະກອບການ ໃຫ້ແກ່ໄວໜຸ່ມ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ Entrepreneurship’s Day for Youth and MSMEs”. ເພື່ອກະກຽມຄວາມພ້ອມໃນການຈັດກິດຈະກຳດັ່ງກ່າວ ທີ່ ແຂວງ ອຸດົມໄຊ ເພື່ອໃຫ້ໄວໜຸ່ມນັກຮຽນ-ນັກສຶກສາ ໄດ້ມີໂອກາດແລກປ່ຽນປະສົບການໃຫ້ມີຄວາມຮູ້, ຄວາມສາມາດ ແລະ ເພື່ອກ້າວເຂົ້າມາເປັນຜູ້ປະກອບການໃນອະນາຄົດ


