ກ່ຽວກັບສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຽນຫຍໍ້ເປັນພາສາລາວວ່າ “ສບວ ” ແລະ ຂຽນເປັນພາສາອັງກິດວ່າ “ SME Service Center SSC (SSC)” ສ້າງຕັ້ງຂື້ນໃນວັນທີ 17 ກຸມພາ 2017, ພາຍໃຕ້ການຮ່ວມມື ລະຫວ່າງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນຕົວແທນໃຫ້ແກ່ພາກທຸລະກິດ ໃນ ສປປ ລາວ, ຊຶ່ງໄດ້ຮັບການສະໜູນທາງດ້ານງົບປະມານ ແລະ ວິຊາການຈາກຄູ່ຮ່ວມການພັດທະນາ ໂດຍສະເພາະແມ່ນຈາກລັດຖະບານເຢຍລະມັນ ຊຶ່ງມີໜ້າທີບໍລິການຊຸກຍູ້ສົ່ງເສີມຜູ້ປະກອບການ, ເປັນແຫຼ່ງຂໍ້ມູນຂ່າວສານຕ່າງໆ ທີ່ເປັນປະໂຫຍດໃຫ້ແກ່ພາກທຸລະກິດ ເປັນຕົ້ນແມ່ນຂໍ້ມູນທາງດ້ານການເຂົ້າ ເຖິງແຫຼ່ງທຶນ, ການເຂົ້າເຖິງຕະຫຼາດ, ການເຂົ້າເຖິງຂໍ້ມູນຂ່າວສານເພື່ອທາງດ້ານການຍົກລະດັບຂີດຄວາມສາມາດຕ່າງໆ, ເປັນສະຖານທີ່ພົບປະແລກປ່ຽນຂໍ້ມູນຂ່າວສານ, ແລະ ອື່ນໆ.

ພາລະບົດບາດຂອງ ສບວ:

ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ສບວ) ມີພາລະບົດບາດເປັນໜ່ວຍງານປະສານງານ ແລະ ສະໜອງການບໍລິການທາງດ້ານວິຊາການໃຫ້ແກ່ບັນດາຜູ້ປະກອບການຈຸນລະວິສາຫະກິດ ວິສາຫະກິດ ຂະໜາດນ້ອຍ ແລະ ກາງເພື່ອເຊື່ອມໂຍງ ໃນພາກພື້ນໃຫ້ສາມາດແຂ່ງຂັນ ທາງດ້ານຄຸນພະພາບ ແລະ ການບໍລິການທຸລະກິດ ໂດຍການຮ່ວມມື ນຳຄູ່ຮ່ວມພັດທະນາ ທັງພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນຂໍ້ມູນທາງດ້ານການເຂົ້າເຖິງແຫຼ່ງທຶນ ,ການເຂົ້າເຖິງຕະຫຼາດ, ການເຂົ້າເຖິງຂໍ້ມູນຂ່າວສານ ທາງດ້ານການຍົກລະດັບຂີດຄວາມສາມາດຕ່າງໆ, ເປັນສະ ຖານທີ່ພົບປະແລກປ່ຽນຂໍ້ມູນຂ່າວສານ, ແລະ ອື່ນໆ ເພື່ອການສົ່ງເສີມສ້າງຄວາມເຂັ້ມແຂງ ແລະ ພັດທະນາຫົວໜ່ວຍວິສາຫະກິດພາຍໃນແຂວງທົ່ວປະເທດ.

ໜ້າທີ່ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ

  1. ສະໜັບສະໜູນການເລີ່ມຕົ້ນ ແລະ ກໍ່ສ້າງຜູ້ປະກອບກິດຈະການ ໃນລະດັບຕ່າງໆ;
  2. ສົ່ງເສີມການພັດທະນາຜູ້ປະກອບກິດຈະການ ວນກ ແຫ່ງ ສປປ ລາວ ໃຫ້ມີການຂະຫຍາຍຕົວແບບຍືນຍົງ;
  3. ພັດທະນາຄວາມອາດສາມາດແບບຄົບຊຸບ ເພື່ອຍົກລະດັບຄຸນນະພາບ, ເພີ່ມຜະລິດຕະພາບ ແລະ ປັບປຸງການແຂ່ງຂັນ ຂອງ ວນກ ໃນຂະແໜງການບູລິມະສິດ;
  4. ສະໜັບສະໜຸນ ວນກ ໃຫ້ເຊື່ອມໂຍງເຂົ້າ ຕ່ອງໂສ້ມູນຄ່າເພີ່ມໃນພາກພື້ນ ແລະ ສາກົນ;
  5. ສົ່ງເສີມ ວນກ ເຂົ້າຕະຫລາດໃນພາກພື້ນ ແລະ ສາກົນ;
  6. ເສີມສ້າງຂີດຄວາມສາມາດ ແລະ ຄວາມເຂັ້ມແຂງ ໃຫ້ແກ່ອົງການຈັດຕັ້ງທີ່ສົ່ງເສີມ ວນກ ໃນຂັ້ນສູນກາງ ແລະ ທ້ອງຖີ່ນ ໃຫ້ສາມາດສະໜອງບໍລິການ ຕາມກົນໄກຕະຫລາດ;
  7. ໃຫ້ຄວາມຮູ້ ແລະ ເຜີຍແຜ່ຂໍ້ມູນ ຂ່າວສານ ກ່ຽວກັບບັນດາລະບຽບການ, ສະພາບການພັດທະນາ ວນກ, ການເຊື່ອມໂຍງ ແລະ ຜົນກະທົບຂອງປະຊາຄົມເສດຖະກິດອາຊຽນ (AEC);
  8. ແລະ ອື່ນໆ.

ໂຄງຮ່າງການຈັດຕັ້ງຂອງສູນ ບໍລິການ SMEs

  • ຄະນະ ບໍລິຫານງານຂອງສູນ ບໍລິການ SMEs
    • ຄະນະ ຊີ້ນໍາປະຈໍາ + ທີ່ປຶກສາ SMEs
      • ຫົວໜ້າສູນ ບໍລິການ SMEs
        • ພັດທະນາ ແລະ ສະໜັບສະໜູນ MSMEs
          • ການໃຫ້ຄຳປຶກສາ MSME Clinic
            • ການດຳເນີນທຸລະກິດ
              • ຜູ້ປະກອບການ Entrepreneurship
        • ເສີມສ້າງຄວາມຮູ້ ແລະ ສ້າງຄວາມເຂັ້ມແຂງ
          • ການສ້າງແຜນທຸລະກິດ ແລະ
            ການເຂົ້າຫາແຫຼ່ງທຶນ
            • ບັນຊີການເງິນພື້ນຖານ Bookkeeping
              • ການສົ່ງເສີມການສົ່ງອອກ
        • ສູນຄວາມຮູ້ ແລະ ປະຊາສຳພັນ
          • SSC Alumni
            • SSC Website
              • SSC Facebook
                • ການບໍໍລິການຂໍ້ມູນຂ່າວສານ
                  ດ້ານການຄ້າ ແລະ ຕະຫຼາດ
                  ໃນພາກພື້ນ
                  ASEAN Access
        • ບໍລິຫານ ແລະ ການເງິນ
          • ກອງທຶນນາງຟ້າ
            • ປະສານງານ ກອງທຶນໂຄງການວິຊາການ