ໃນຕອນເຊົ້າຂອງວັນທີ 2 ສິງຫາ 2024, ສູນບໍລິການ SME, ສຄອຊ ໄດ້ຈັດສຳມະນາໃນຫົວຂໍ້: “ການແນະນຳການນຳໃຊ້ລະບົບບັນຊີອອນໄລ ສຳລັບ ຈນກ ແລະ ບຸກຄົນທົ່ວໄປ”
ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນຢາກພັດທະນາເຄື່ອງມືແກ້ໄຂບັນຫາແບບກ້າວໜ້າ ຊ່ວຍ ຈນກ ໃນ ສປປ ລາວ ໃຫ້ສາມາດນຳໃຊ້ ແລະ ເຂົ້າເຖິງເຄື່ອງມືດັ່ງກ່າວໄດ້ງ່າຍ, ເພື່ອນຳໃຊ້ເຂົ້າໃນການທົດລອງຖືບັນຊີ, ການບັນທຶກລາຍຮັບ-ລາຍຈ່າຍຜ່ານໂປລແກລມ ແລະ ການກຽມໂຕ ເພື່ອໃຫ້ສາມາດຖືບັນຊີໄດ້ຕາມລະບຽບກົດໝາຍໄດ້ວາງອອກ ໂດຍມີເປົ້າໝາຍເພື່ອພັດທະນາຕົນເອງ ແລະ ສາມາດປັບໃຊ້ເຂົ້າໃນການດຳເນີນກິດຈະການໄດ້




