ໃນລະຫວ່າງວັນທີ 13-17 ພະຈິກ 2023 ທີ່ ແຂວງ ຫຼວງພະບາງ. ສູນບໍລິການ SME ໄດ້ຈັດຊຸດຝຶກອົບຮົມ ການຂຽນແຜນທຸລະກິດ, ແຜນການເງິນ, ການບັນຊີເງິນສົດ ໃຫ້ແກ່ຜູ້ປະກອບການທີ່ຖືກຄັດເລຶອກ ແລະ ຢູ່ໃນເງື່ອນໄຂຂອງໂຄງການ I-GFLL ເຊີ່ງມີຜູ້ເຂົ້າຮ່ວມພາຍໃນແຂວງ ຫຼວງພະບາງ, ແຂວງ ໄຊຍະບູລີ, ແຂວງ ຫົວພັນ, ແຂວງ ຊຽງຂວາງ ແລະ ນະຄອນຫຼວງວຽງຈັນ. ຊຸດຝຶກອົບຮົມດັ່ງກ່າວແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ສາມາດເຂົ້າຫາແຫຼ່ງທຶນດອກເບ້ຍ 3% ຂອງທາງກອງທຶນສົ່ງເສີມ SME ແລະ ໄດ້ຮັບທຶນສົມທົບຈາກໂຄງການ ຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL)





