ການຮ່ວມມືຂອງສູນບໍລິການ SME
ການຮ່ວມມືກັບພາກລັດ
ສຳນັກງານ ສົ່ງເສີມ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ
ກົມຈັດຕັ້ງ ແລະ ພະນັກງານ
ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ
ກົມແຜນການ ແລະ ການຮ່ວມມື - ກະຊວງ ແຜນການ ແລະ ການລົງທຶນ
ກົມປ່າໄມ້ - ກະຊວງ ກະສິກຳ ແລະ ປ່າໄມ້
ຄູ່ຮ່ວມພັດທະນາ
ບໍລິສັດທີປຶກສາດ້ານການພັດທະນາ ແລະ ວິສາຫະກິດ ຈຳກັດ EDC
ສູນທີປຶກສາ TACDO
ສູນພັດທະນາຜູ້ປະກອບການ ລາວ-ອິນເດຍ
ສະຖາບັນພັດທະນາຊັບພະຍາກອນລາວ-ຍີ່ປຸ່ນ LJI
ສະມາຄົມການເງິນຈຸນລະພາກລາວ
ສະຖາບັນການເງິນຈຸລະພາກທີຮັບເງິນຝາກນີວຄອນເຊັບ
ທະນາຄານ ພັດທະນາລາວ
ທະນາຄານ ຫວຽດຕິນ ລາວ
ທະນາຄານ ລາວ-ຫວຽດ
ທະນາຄານ ລາວ-ຟລັ່ງ
ທະນາຄານ ມາຣູຮານ ເຈແປນ ລາວ
ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ
ອີໂຄນັອກສ໌ ລາວ
ຜູ້ໃຫ້ການສະໜັບສະໜູນ/ໂຄງການ
USAID-LBE
GIZ
International Labour Organization
Asian Development Bank
Village Focus International
ການເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ແລະ ສັນຍາຮ່ວມມືຕ່າງໆ
ນັບແຕ່ ປີ 2019 ເປັນຕົ້ນມາ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ແລະ ສັນຍາຮ່ວມມືຕ່າງໆມີດັ່ງນີ້:
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ອົງການ ເຮວວີຕັດ ສະວິດເພື່ອການຮ່ວມມືສາກົນ ສປປ ລາວ, ສັນຍາການເປັນຄູ່ງານລະຫວ່າງໂຄງການສົ່ງເສີມການຄ້າຊີວະນາໆພັນໃນເຂດພາກພື້ນຢູ່ ສປປ ລາວ ໃນວັນທີ 18 ກຸມພາ 2019;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ທະນາຄານ ຊາຄອມແບັງລາວ, ທະນາຄານ ລາວ-ຝຼັ່ງ, ທະນາຄານ ພັດທະນາລາວ, ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານ ເອັສທີ, ທະນາຄານ ຮ່ວມທຸລະກິດລາວ-ຫວຽດ, ທະນາຄານ ເອຊີລີດາ ລາວ ຈຳກັດ ແລະ ທະນາຄານ ລາວ-ຈີນ ຈຳກັດ. ໂຄງການເຂົ້າເຖິງແຫ່ຼງທຶນວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ MSME ໃຫ້ເຂົ້າເຖິງແຫຼ່ງທຶນ ພາຍໃຕ້ການຈັດຕັ້ງປະຕິບັດກິດຈະກຳການຝືກອົບຮົມ ໃນຊຸດຄູ່ມືການພັດທະນາແຜນທຸລະກິດ ‘’Laos in Business’’ ໃນວັນທີ 14 ສິງຫາ 2019;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ບໍລິສັດ Econox, ເຊັນສັນຍາ ການບໍລິຫານການດຳເນີນງານຂອງການຢັ້ງຢືນ ສປປ ລາວ ປາສະຈາກພລາສຕິກ ໃນວັນທີ 31 ມັງກອນ 2020;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ທະນາຄານ ພັດທະນາລາວ (ທພລ), ທະນາຄານ ຊາຄອມແບັງລາວ, ບົດບັນທຶກຄວາມເຂົ້າໃຈ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ເຜີຍແຜ່ຄວາມຮູ້ກ່ຽວກັບການເຂົ້າຫາແຫຼ່ງທຶນ ໃນວັນທີ 03 ກໍລະກົດ;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນການແລກປ່ຽນ ແລະເຜີຍແຜ່ຂໍ້ມູນຂ່າວສານ ໃນວັນທີ 25 ທັນວາ 2020;

- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເອັນຈອຍ ເລີນນີງ ພີໂພ ລາວ ເພື່ອສ້າງການຮ່ວມມື, ການພັດທະນາທ່ານແຮງ ແລະ ຄວາມາສາມາດຂອງທຸລະກີດ ໃນວັນທີ 10 ມີນາ 2021;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເອເອເອສ ລາວຈຳກັດ ສັນຍາກ່ຽວກັບການສະໜອງຄູຝືກອົບຮົມ ການວາງແຜນການເງິນ ແລະ ການບັນຊີເງິນສົດເພື່ອສົ່ງເສີມ ຈນກ ໃນວັນທີ 02 ມິຖຸນາ 2021;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກນິວຄອນເຊັບ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມືໃຫ້ບໍລິການສະໜອງການເຂົ້າຫາແຫຼ່ງທຶນໃຫ້ແກ່ ຈນກ ໃນວັນທີ 21 ມິຖຸນາ 2021;

- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ທະນາຄານ ເພື່ອການລົງທຶນ ແລະ ການຄ້າ BIC ສັນຍາ ຂໍ້ຕົກລົງເງິນກູ້ ວ່າດ້ວຍຮ່ວມມືໃນການສະໜອງເງິນທຶນໃນຮູບແບບການປ່ອຍສິນເຊື່ອ ໃນວັນທີ 14 ກັນຍາ 2021;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ຖ່າຍທອດເຕັກໂນໂລຊີ ແລະ ນະວັດ ຕະກຳໃໝ່ ເພື່ອສົ່ງເສີມຜູ້ປະກອບກິດຈະການ MSMEs ໃນວັນທີ 24 ພະຈິກ 2021;

- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະຖາບັນອຸດສາຫະກຳ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ບົດບັນທືກຄວາມເຂົ້າໃຈເພື່ອສົ່ງເສີມ ແລະ ແລກປ່ຽນຄວາມຮູ້ ວິຊາສະເພາະ ລະຫວ່າງນັກຄົ້ນຄວ້າ ແລະ ນັກວິຊາການ ໃນວັນທີ 22 ກຸມພາ 2022;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ອົງການບ້ານຈຸມສຸມສາກົນ (VFI) ສັນຍາຮ່ວມມືເພື່ອຊ່ວຍເຫຼືອຜູ້ປະກອບການ ຈນກ ໃນຂະແໜງກະສິກຳ ປາສະຈາກການຕັດຕົ້ນໄມ້ ທຳລາຍປ່າ ແລະ ປັບໃຊ້ການກະເສດແບບຢືນຍົງ ໃນວັນທີ 22 ກຸມພາ 2023;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ ບົດບັນທຶກຄວາມເຂົ້າໃຈການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ບັນດາຈຸນລະວິສາຫະກິດວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງແຫຼ່ງທຶນ ໃນວັນທີ 17 ມີນາ 2023;
- ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ J&C Management Solutions ວ່າດ້ວຍການຮ່ວມມືຈັດຕັ້ງຫຼັກສູດການຝືກອົບຮົມຮ່ວມກັນໃນໄລຍະຍາວ ໃນວັນທີ 12 ກໍລະກົດ 2023.



