ໃນວັນທີ 25 ສິງຫາ 2025, ສູນບໍລິການ SME ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດແລະ ພາກເອກະຊົນ ເພື່ອກຳນົດບັນຫາຂໍ້ຫຍຸ້ງຍາກ ແລະ ສີ່ງທ້າທາຍ ຂອງຜູ້ປະກອບການ MSME ໃນການດຳເນີນທຸລະກິດ ໃນແຂວງ ຫຼວງພະບາງ
ຈຸດປະສົງຂອງກອງປະຊຸມມືນີ້ເພື່ອເປັນການຮັບຟັງບັນດານະໂຍບາຍຕ່າງໆຂອງພາກລັດ, ຄູ່ຮ່ວມພັດທະນາ ຕໍ່ການສົ່ງເສີມ ແລະ ພັດທະນາຜູ້ປະກອບການ ການ MSME ແລະປຶກສາຫາລືບັນຫາ ແລະສິ່ງທ້າຍຂອງຜູ້ປະກອບການ MSME, ການດຳເນີນທຸລະກິດພາຍໃນແຂວງ ຫຼວງພະບາງ
ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ – ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງ ຫຼວງພະບາງ, ຫົວໜ້າຄະນະຮັບຜິດຊອບສົ່ງເສີມ SME ແຂວງ
ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ – ຫົວໜ້າພະແນກອຸດສາກະກຳ ແລະ ການຄ້າ ແຂວງ ຫຼວງພະບາງ
ທ່ານ ບຸນທ່ຽງ ສຸລິວັນ – ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ຫຼວງພະບາງ
ທ່ານ ໂອພາດ ແສງມະນີ – ທີ່ປຶກສາໂຄງການ ASEAN SME II
ກອງປະຊຸມໃນຄັ້ງນີ້ ໄດ້ຮັບການສະໜັບສະໜຸນໂດຍ ອົງການ GIZ ປະຈຳລາວ




