ວັນທີ 15 ພະຈິກ 2023 ນີ້, ມາພົບກັບພວກເຮົາໄດ້ທີ່ ຫໍວັດທະນະທຳແຫ່ງຊາດ ນັບຕັ້ງແຕ່ເວລາ 9:00-16:00 ໃນງານສຳມະນາວິທະຍາສາດກ່ຽວກັບວຽກງານການສຶກສາ ແລະ ປູກຈິດສຳນຶກກ່ຽວກັບສິ່ງແວດລ້ອມ.

ພິເສດ! ພາຍໃນງານພວກເຮົາຈະມີຫ້ອງສະເພາະ ສຳລັບສົນທະນາພາບໃຕ້ ຫົວຂໍ້: ເປັນຫຍັງທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ກັບສິ່ງແວດລ້ອມຈຶ່ງສຳຄັນ? ເຊິ່ງພວກເຮົາໄດ້ມີໂຕແທນຈາກກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາຫົວໜ່ວຍທຸລະກິດທີ່ມີການປະຕິບັດອັນດີຕໍ່ກັບການຮັກສາສິ່ງແວດລ້ອມ ມາໃຫ້ຂໍ້ມູນທ່ານຜ່ານການນຳສະເໜີ ແລະ ຕອບຄຳຖາມ ທີ່ບັນດາທ່ານຄາໃຈ.

ທ່ານໃດທີ່ສົນໃຈສາມາດລົງທະບຽນເຂົ້າຮ່ວມຜ່ານລິ້ງລຸ່ມນີ້:

https://forms.gle/BC8crn4kkDeNnSWJ6

ແລ້ວມາພົບກັນທີ່ຫ້ອງສຳມະນາຊັ້ນ 4 ເວລາ 9:30-11:30 ເດີທຸກທ່ານ😉