ໃນລະຫວ່າງວັນທີ: 14-16 ກຸມພາ 2025, ສູນບໍລິການ SME, ສຄອຊ ໄດ້ນຳພາຄະນະຜູ້ປະກອບກິດຈະການຈາກ ສປປ ລາວ ຮ່ວມວາງສະແດງສິນຄ້າ ແລະ ທ່ຽວຊົມງານ: “ເຕັກໂນໂລຢີ – ນະວັດຕະກຳດິຈິຕອລ- Smart Business Expo 2025 ຄັ້ງທີ 2” ທີ່ໄດ້ຈັດຂື້ນທີ່ ສູນປະຊຸມ ແລະ ວາງສະແດງສິນຄ້າ ນານາຊາດ (KICE) ຂອນແກ່ນ, ປະເທດໄທ.
ພາຍໃນງານ, ໄດ້ມີການວາງສະແດງສິນຄ້ານະວັດຕະກຳຕ່າງໆ ບໍ່ວ່າຈະເປັນ Smart farming, Smart Education, Smart living ແລະ ອື່ນໆ, ນອກຈາກການວາງສະແດງ ແລະ ທ່ຽວຊົມງານ ຍັງມີເວທີສຳມະນາ ແລະ ຈັບຄູ່ທາງທຸລະກິດອີກດ້ວຍ

