ສູນບໍລິການ SME, ສຄອຊ ຮ່ວມກັບ​ ສະພາການຄ້າ ເອີຣົບປະຈຳ​ ​ສປປ​ ລາວ ແລະ ບໍລິສັດ LTS Ventures ໄດ້ຈັດຝຶກອົບຮົມ “ການສ້າງຄວາມເຂັ້ມແຂງໃຫ້ແກ່ MSME ໂດຍການນຳໃຊ້ເຄື່ອງມື AI ເພື່ອເຂົ້າຫາແຫຼ່ງທຶນ ແລະ ຕະຫຼາດ”

ຈຸດປະສົງຂອງການຈັດສຳມະນາໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະກອບການຮຽນຮູ້ລະບຽບຫຼັກການໃນການຄຸ້ມຄອງບໍລິຫານທຸລະກິດໃນຍຸກສະໄໝໃໝ່ ແລະ ສາມາດເຂົ້າເຖິງນະວັດຕະກຳໃໝ່ໆ.

ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບການສະໜັບສະໜຸນໂດຍ ທະນາຄານພັດທະນາອາຊີ (ADB)

ເຊິ່ງໄດ້ຈັດຂຶ້ນໃນວັນທີ 23-24 ກຸມພາ 2026 ຈັດຂຶ້ນທີ່ ແຂວງຫຼວງພະບາງ ແລະ ວັນທີ 25-26 ກຸມພາ 2026 ຈັດຂຶ້ນທີ່ ແຂວງວຽງຈັນ

ຮູບພາບຝຶກຮົມທີ່ແຂວງ ຫຼວງພະບາງ

ຮູບພາບຝຶກຮົມທີ່ແຂວງ ວຽງຈັນ