ໃນຕອນເຊົ້າຂອງວັນທີ 18 ສິງຫາ 2025, ສູນບໍລິການ SME ໄດ້ຈັດຝຶກອົບຮົມ “ການແນະນໍາການນໍາໃຊ້ລະບົບບັນຊີອອນລາຍ ສໍາລັບຈຸນລະວິສາຫະກິດ ແລະ ບຸກຄົນທົ່ວໄປ”.

ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອແນະນຳການນໍາໃຊ້, ການແກ້ໄຂບັນຫາ, ການບັນທຶກບັນຊີລາຍຮັບ – ລາຍຈ່າຍຜ່ານໂປຣແກຣມບັນຊີອອນລາຍ (ສາມາດໃຊ້ໂປຣແກຣມບັນຊີຟຣີໄດ້ຕະຫຼອດ), ເພື່ອອໍານວຍຄວາມສະດວກໃຫ້ຈຸນລະວິສາຫະກິດ ໃນ ສປປ ລາວ ສາມາດນໍາໃຊ້ ແລະ ເຂົ້າເຖິງເຄື່ອງມືດັ່ງກ່າວໄດ້ງ່າຍ, ພ້ອມທັງຖືບັນຊີຕາມລະບຽບກົດໝາຍທີ່ວາງອອກ ແລະ ປັບໃຊ້ເຂົ້າໃນການດຳເນີນກິດຈະການໄດ້.

ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຈັດໃນຮູບແບບອອບລາຍ ແລະ ອອນລາຍ ໂດຍໄດ້ຮັບການສະໜັບສະໜຸນຈາກອົງການ GIZ ປະຈຳລາວ