ໃນຕອນເຊົ້າຂອງວັນທີ 2ກຸມພາ 2026, ໄດ້ມີພິທີເປີດຊຸດຝຶກອົບຮົມ “ຜະລິດຕະພາບດິຈິຕອນ ດ້ວຍການນຳໃຊ້ລະບົບ IIOT ແລະ ແນວຄິດ LEAN ເພື່ອການເຕີບໂຕທີ່ໝັ້ນຄົງ” – Digital Productivity: Merging Lean Implementation and IIOT for Sustainable Growth. ໂດຍທີມງານຄູຝຶກຈາກອົງການຜະລິດຕະພາບແຫ່ງອາຊີ (APO)
ຈຸດປະສົງຂອງການຈັດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນເຜື່ອແນະນຳເຄື່ອງມືຫຼັກການຂອງ Lean ແລະ ການປະຍຸກໃຊ້ລະບົບ IIOT ເພື່ອການຕິດຕາມປະສິດທິພາບຂອງການຜະລິດ, ສາມາດຮຽນຮູ້ platform ເສີມສ້າງເຄື່ອງມືເພື່ອຫັນປ່ຽນການດຳເນີນງານ ແລະ ສ້າງຄວາມອາດສາມາດໃນການແຂ່ງຂັນຂອງການເຕີບໂຕທາງດ້ານເສດຖະກິດທີ່ໝັ້ນຄົງໄດ້ໃນໄລຍະຍາວ.
ເຊິ່ງໄດ້ຮັບກຽດເປັນປະທານໂດຍ
ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ທ່ານ ວິລະກອນ ພິລົມລັກ ຮອງຫົວໜ້າກົມສົ່ງເສີມ ຈນກ, ກະຊວງອຸດສາຫະກຳ ແລະ ການຄ້າ
ເຊີ່ງຊຸດຝຶກອົບຮົມໃນຄັ້ງນີ້ ຈະໄດ້ຈັດຂື້ນເປັນເວລາ 5ມື້ ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ


