ໃນວັນທີ 03 ເມສາ 2026​ ສູນບໍລິການ SME, ສຄອຊ ຮ່ວມກັບ​ ສະພາການຄ້າ​ ແລະ​ ອຸດສາຫະກຳເມືອງໄຊ, ສູນບໍລິການ​ SME​ ແຂວງອຸດົມໄຊ.​ ຈັດຝຶກອົບຮົມ: “ສ້າງຄວາມເຂັ້ມແຂງໃຫ້ແກ່​ພາກລັດ,​ ສະພາການຄ້າ​ ແລະ​ ອຸດສາຫະກຳຂັ້ນເມືອງ,​ ສະມາຄົມທຸລະກິດ,​ ຜູ້ປະກອບການ MSME ໂດຍການນຳໃຊ້ລະບົບບັນຊີການເງິນ ແລະ​ ເຄື່ອງມື AI ເພື່ອເຂົ້າຫາແຫຼ່ງທຶນ ແລະ ການຕະຫຼາດ”
ຈຸດປະສົງຂອງການຈັດສຳມະນາໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະກອບການຮຽນຮູ້ລະບຽບຫຼັກການໃນການຄຸ້ມຄອງບໍລິຫານທຸລະກິດໃນຍຸກສະໄໝໃໝ່ ແລະ ສາມາດເຂົ້າເຖິງນະວັດຕະກຳໃໝ່ໆໃຫ້ທັນຍຸກທັນສະໄໝ.​ ໂດຍໃຫ້ກຽດເປັນປະທານໂດຍ:

ທ່ານ ສົມຈັນ​ ເທບພາລີ ປະທານ​ ຄະນະກຳມະການປົກຄອງເມືອງໄຊ
ທ່ານ​ ວິໄສ​ ອິນດາລາ ຫົວໜ້າ​ ສູນບໍລິການ SME​ ແຂວງອຸດົມໄຊ
ທ່ານ​ ສິດທິໄຊ​ ສິດທິລາດ​ ປະທານ​ ສະພາການຄ້າ​ ແລະ​ ອຸດສາຫະກຳ​ເມືອງໄຊ
ທ່ານ ພຸດທະສອນ ພົມວິໃສ ຫົວໜ້າ ສູນບໍລິການ SME, ສຄອຊ
ຈັດຂື້ນທີ່: ພະແນກອຸດສາຫະກຳ​ ແລະ​ ການຄ້າແຂວງອຸດົມໄຊ