ໃນລະຫວ່າງວັນທີ່ 26-28 ສິງຫາ 2025 ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະຖາບັນການທະນາຄານ ໄດ້ຈັດຊຸດຝືກອົບຮົມ ພາຍໃຕ້ຫົວຂໍ້: “ການບັນຊີສຳລັບຜູ້ປະກອບການ” ຈຸດປະສົງ ເພື່ອຖ່າຍທອດຮຽນຮູ້ການບໍລິຫານຄຸ້ມຄອງພື້ນຖານການບັນຊີ-ການເງິນຢ່າງມີປະສິດທິພາບ. ເຊີ່ງເປັນສິ່ງຈຳເປັນສຳລັບຜູ້ບໍລິຫານໃນອົງກອນໃດໜື່ງໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງຕາມລະບຽບຫລັກການ ແນ່ໃສ່ເພື່ອສ້າງ ແລະ ປັບປຸງທັກສະການວາງແຜນທາງດ້ານການເງິນ, ເອກະສານລາຍງານການເງິນຕ່າງໆ. ນອກນັ້ນຍັງມີການສົນທະນາແລກປ່ຽນຄຳຄິດເຫັນ, ໃຫ້ຄຳແນະນຳ, ໃຫ້ຄຳປືກສາ ຮ່ວມກັບ ວິທະຍາກອນ ແລະ ນັກສຳມະນາກອນດ້ວຍກັນຢ່າງກົງໄປກົງມາ ສາມາດດຳເນີນໄປດ້ວຍບັນຍາກາດທີ່ດີ ແລະ ໄດ້ຮັບໝາກຜົນທີ່ດີ.

