ໃນວັນທີ 05 ສິງຫາ 2025 ທີ່ ສະພາການຄ້າ ແລະ ອຸດສາຫະກຳ​ ແຫ່ງຊາດລາວ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ​ ແຫ່ງຊາດລາວ ຮ່ວມກັບ ບໍລິສັດ ສີຫວັດ ທີ່ປຶກສາກົດໝາຍ ຈໍາກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃຫ້ຄຳປຶກສາທາງດ້ານກົດໝາຍແກ່ MSME ຂອງ ສປປ ລາວ. ໂດຍມີທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ​ ແຫ່ງຊາດລາວ, ທ່ານ ສີຫວັດ ແສງດວງຈັນ ຜູ້ອຳນວຍການ ບໍລິສັດ ສີຫວັດ ທີ່ປຶກສາກົດໝາຍ ຈໍາກັດ ເປັນປະທານ ແລະ ໃຫ້ກຽດຮ່ວມເປັນສັກຂີພິຍານ ໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ພົງສະຫວັນ ພົມກອງ ຫົວຫນ້າຫ້ອງການ ອົງການການເງິນສາກົນ IFC ປະຈຳ ສປປ ລາວ ແລະ ຍັງເປັນ ຄະນະທີ່ປຶກສາ ສຄອຊ, ທ່ານ ສຸລິນທອນ ເລືອງຄຳສິງ ຕາງໜ້າຈາກ ADB ພ້ອມດ້ວຍຄະນະເລຂາທິການ ສຄອຊ,​ ຕາງໜ້າຈາກກຸ່ມສະມາຄົມ ແລະ ພາກທຸລະກິດເຂົ້າຮ່ວມຫລາຍກວ່າ 30 ທ່ານ ໂດຍຈຸດປະສົງຮ່ວມມືໃນຄັ້ງນີ້ ເພື່ອບໍລິການໃຫ້ຄໍາປຶກສາ, ແບ່ງປັນແລກປ່ຽນຄໍາຄິດເຫັນທາງດ້ານກົດໝາຍໃຫ້ແກ່ ຜູ້ປະກອບກິດຈະການ MSME ຕໍ່ການຈັດຕັ້ງປະຕິບັດວຽກງານທາງດ້ານກົດໝາຍ​ ແລະ ການແກ້ໄຂບັນຫາຂໍ້ຂັດແຍ່ງພາຍໃນ ສປປ ລາວ ເພື່ອສົ່ງເສີມ ແລະ ສະໜັບສະໜູນໃຫ້ສະມາຊິກຂອງ ສຄອຊ ແລະ ບໍ່ເປັນສະມາຊິກ ຈະເປັນຈຸດບໍລິການໃຫ້ຄຳປຶກສາຫາລື, ໃຫ້ຄໍາຄິດເຫັນ ແລະ ຮັບຟັງຂໍ້ສະເໜີບັນຫາຕ່າງໆຂອງພາກທຸລະກິດ ເພື່ອກ້າວໄປສູ່ການເຈລະຈາໄກ່ເກ່ຍແກ້ໄຂບັນຫາໃຫ້ສອດຄ່ອງຕໍ່ກັບລະບຽບກົດໝາຍ.