ໃນຕອນບ່າຍຂອງວັນທີ 19 ພະຈິກ 2025 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດການພັດທະນາພາກທຸລະກິດ ແລະ ການເຂົ້າເຖິງບໍລິການທາງດ້ານການເງິນ ລະຫວ່າງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ທະນາຄານ ສົ່ງເສີມກະສິກໍາ ຈຳກັດ ວ່າດ້ວຍການເປັນຄູ່ຮ່ວມມືຍຸດທະສາດການພັດທະນາພາກທຸລະກິດ ແລະການເຂົ້າເຖິງບໍລິການທາງດ້ານການເງິນໃຫ້ກຽດເຂົ້າຮ່ວມໃນພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ແລະ ທ່ານ ພິລາວັນ ສໍພາບມີໄຊ, ຜູ້ອຳນວຍການ ທະນາຄານ ສົ່ງເສີມກະສິກໍາ ຈຳກັດ ພ້ອມດ້ວຍບັນດາທ່ານ ຄະນະປະທານ ສຄອຊ, ຕາງໜ້າຈາກກົມກ່ຽວຂ້ອງຂອງພາກລັດ, ຄະນະອຳນວຍການ ທສກ, ສະມາຄົມທຸລະກິດ, ບໍລິສັດທີ່ເປັນສະມາຊິກ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ



