ໃນລະຫວ່າງວັນທີ2-4ເມສາ2025, ສູນບໍລິການSME ສຄອຊ ໄດ້ນຳພາຄະນະຜູ້ປະກອບກິດຈະການຈາກ ສປປ ລາວ 12ຫົວໜ່ວຍທຸລະກິດ ເຂົ້າຮ່ວມງານວາງສະແດງສິນຄ້າ ແລະ ພົບປະຜູ້ປະກອບກິດຈະການເພື່ອຫາເຄື່ອຂ່າຍຄູ່ທຸລະກິດB2Bກັບບັນດານັກຊ່ຽວຊານທີຄົ້ນຄວ້າວິໄຈຫຼາກຫຼາຍນະວັດຕະກຳທີມີຄຸນນະພາບ, ພາຍໃຕ້ໃນງານ: The Analytica Vietnam2025, ເປັນງານວາງສະແດງສິນຄ້ານານາຊາດຄັ້ງທີ8 ສຳລັບເທັກໂນໂລຊີຫ້ອງທົດລອງ, ການວິນິໄຈເຊີງວິເຄາະ ແລະ ເທັກໂນໂລຊີ ຊີວະພາບ. ໃນງານດັ່ງກ່າວ ມີພາວິລຽນ 3ປະເທດຄື ປະເທດ ສິງກະໂປ, ປະເທດ ເຢຍລະມັນ ແລະ ສປ ຈີນ. ມີຜູ້ເຂົ້າຮ່ວມໃນງານທັງໝົດແມ່ນປະມານ 5000ກວ່າຄົນ, ມີບູດວາງສະແດງຫຼາຍກວ່າ300ບູດ ໃນບັນດາ15ປະເທດ. ຈັດທີ ສູນວາງສະແດງໄຊງ່ອນ SECC, ໂຮ່ຈີມິນ ສສ ຫວຽດນາມ.







