ໃນວັນທີ 9 ທັນວາ 2024 ທີ່ແຂວງ ຫຼວງນ້ຳທາ ສຄອຊ ຮ່ວມກັບ ສູນບໍລິການ SME ແຂວງ ຫຼວງນ້ຳທາ ໄດ້ ຈັດສຳມະນາຫົວຂໍ້ “Economic Outlook For Lao SMEs 2025” ເພື່ອສ້າງຄວາມເຂົ້າໃຈກ່ຽວກັບທ່າອ່ຽງທາງເສດຖະກິດ ແລະ ວິເຄາະແນວໂນ້ມພາບລວມເສດຖະກິດ ຂອງພາກພື້ນ ແລະ ເສດຖະກິດໂລກ ໃນປີ2025 ເພື່ອໃຫ້ MSMEມີວິໃສທັດ ແລະ ກຽມພ້ອມຮັບມືກັບການປ່ຽນແປງທາງເສດຖະກິດ, ເພື່ອປັບຕົວໃນການຮ່ວມມືຂອງພາກລັດ – ພາກທຸລະກິດ

ແລະ ເພື່ອເປີດໂອກາດໃຫ້ແກ່ MSMEs ໃນສປປ ລາວ ໃຫ້ເຕີບໂຕດ້ານເສດຖະກິດ, ການສ້າງວຽກເຮັດງານທຳ ແລະ ປັບປຸງລະບົບນິເວດ ທຸລະກິດ ໃຫ້ມີຄຸນນະພາບດີຂຶ້ນ, ສາມາດແຂ່ງຂັນກັບສິນຄ້ານຳເຂົ້າ ແລະ ສາມາດສົ່ງອອກ ສູ່ຕະຫຼາດພາກພື້ນ ແລະ ສາກົນ. ເຊິ່ງຜູ້ບັນລະຍາຍໃນງານສຳມະນາຄັ້ງນີ້ ແມ່ນທ່ານ ດຣ ນາຣາ ກິດຕິເມທີກຸນ ຜູ້ຊ່ຽວຊານດ້ານເສດຖະກິດ ຈາກປະເທດໄທ; ຜູ້ເຂົ້າຮ່ວມງານໃນຄັ້ງນີ້ມີທັງ ພາກລັດ ແລະ ພາກທຸລະກິດ ແລະ ໃຫ້ກຽດເປັນປະທານໂດຍ ທ່ານ ພຸດທະສອນ ພົມວິໃສ – ຮອງເລຂາທິການ ສຄອຊ, ຫົວໜ້າສູນບໍລິການ SME