ໃນວັນທີ 13 ມີນາ 2025 ທີ່ຜ່ານມາ, ສູນບໍລິການ SME, ສຄອຊ ຮ່ວມກັບ ສະຖາບັນແມ່ນໍ້າຂອງ ໄດ້ຈັດສຳມະນາເຜີຍແຜ່ໂຄງການ “ການຫັນປ່ຽນລະບົບຕ່ອງໂສ້ການສະໜອງແບບຍືນຍົງ ໃນບັນດາປະເທດລຸ່ມແມ່ນ້ຳຂອງ – Mekong Sustain”
ຈູດປະສົງ ຂອງການຈັດສຳມະນາໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂົ້າໃຈໃນຈຸດປະສົງຂອງໂຄງການ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງການຫຼຸດຜ່ອນມົນລະພາວະທາງອາກາດໃນຂະບວນການຜະລິດ ແລະ ສົ່ງອອກສິນຄ້າຂອງຜູ້ປະກອບການໃນຂະແໜງອຸດສາຫະກຳກົນຈັກໜັກ, ອຸດສາຫະກຳຕັດຫຍິບ ແລະ ໂຮງງານແປຮູບອາຫານຈາກສິນຄ້າກະສິກຳ, ເພື່ອຄັດເລືອກຜູ້ປະກອບກິດຈະການ ເຂົ້າຮ່ວມກິດຈະກຳເພື່ອສ້າງຂິດຄວາມສາມາດ ແລະ ເຂົ້າຮ່ວມຊຸດຝຶກອົບຮົມຕ່າງໆຮ່ວມກັບບັນດາປະເທດແມ່ນ້ຳຂອງ (ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ).
ນອກຈາກການສຳມະນາແລ້ວ ຍັງໄດ້ມີການລົງຢ້ຽມຢາມ ແລະ ພົບປະ ໂຮງສີເຂົ້າ ຈຳປາຫອມ ເພື່ອສຶກສາຄວາມເປັນໄປໄດ້ໃນການເຂົ້າຮ່ວມໂຄງການດັ່ງກ່າວ


