ສຳເລັດຊຸດຝຶກອົບຮົມ ການຂຽນແຜນທຸລະກິດ, ແຜນການເງິນ, ການບັນຊີເງິນສົດ ສຳລັບ ຈນກ ໃນວັນທີ 10 ພະຈິກ 2023 ສູນບໍລິການ SME, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີພິທີມອບໃບຢັ້ງຢືນການຝຶກອົບຮົມໃຫ້ນັກສຳມະນາກອນ 40ທ່ານ ທີ່ສຳເລັດການຝຶກອົບຮົມໃນຫົວຂໍ້ “ການຂຽນແຜນທຸລະກິດ, ແຜນການເງິນ, ການບັນຊີເງິນສົດ ສຳລັບ ຈນກ” ໂດຍການເປັນປະທານຂອງ ທ່ານ ແກ້ວ ສີວົງໃສ ຮອງຫົວໜ້າພະແນກການຄ້າ ແລະ ອຸດສາຫະກຳ ແຂວງ ຊຽງຂວາງ, ທ່ານ ເພັດທະລາ ດວງພະຈັນ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຊຽງຂວາງ ແລະ ທ່ານ ພຸດທະສອນ ພົມວິໃສ ຫົວໜ້າ ສູນບໍລິການ SME.