ໃນຕອນບ່າຍຂອງວັນທີ 23 ມັງກອນ 2025, ສູນບໍລິການ SME ຮ່ວມກັບ Bezz Solution, ໄດ້ຈັດສໍາມະນາ “ຍຸດທະສາດການຮັກສາພະນັກງານໄວ້ກັບອົງກອນ – Staff Retention Strategies and Actions for SMEs”.

ຈຸດປະສົງຂອງການຈັດງານສຳມະນາໃນຄັ້ງນີ້ ແມ່ນ ເພື່ອຕອບໂຈດໃຫ້ກັບເຈົ້າຂອງກິດຈະການ, ຜູ້ບໍລິຫານ ຫຼື HR ທີ່ອົງກອນອາດປະສົບບັນຫາດ້ານອັດຕາການລາອອກຂອງພະນັກງານທີ່ສູງ ແລະ ຢາກຊອກຫາວິທີຮັກສາພະນັກງານທີ່ມີຄຸນນະພາບໄວ້ກັບອົງກອນ ໂດຍຜູ້ຊ່ຽວຊານທີ່ມີປະສົບການໃນວຽກງານບໍລິຫານບຸກຄະລາກອນ. ຜູ້ຊຽວຊານທີ່ຈະມາບັນລະຍາຍໃຫ້ຄວາມຮູ້ກັບບັນດາທ່ານປະກອບມີ:

1. ທ່ານ ສະຕີບ ຊາບເລ່, ຜູ້ກໍ່ຕັ້ງບໍລິສັດ ເອັສໄອເອຈີເອັມ, ທີ່ມີປະສົບການຫຼາຍກວ່າ 25 ປີ ໃນການເປັນຄູຝຶກໃຫ້ກັບບັນດາຜູ້ບໍລິຫານໃນອົງກອນລະດັບໂລກຫຼາຍບໍລິສັດ

2. ທ່ານ ວິຍາສອນ ມູນນະລາດ, ອໍານວຍການ ບໍລິສັດ ເບສ໌ໂຊລູຊັນ, ເຊິ່ງເປັນຜູ້ທີ່ມີປະສົບການຕົງໃນການເປັນຜູ້ນໍາ ແລະ ບໍລິຫານຄົນ ເຖິງ 20 ປີ

3. ທ່ານ ບຸນສະນິດ ອິນທິພາບ, ອໍານວຍການ ບໍລິສັດ ບີໂຊນ, ເຊິ່ງເປັນຜູ້ທີ່ມີປະສົບການພ້ອມວິຊາສະເພາະໃນການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ຫຼາຍກວ່າ 20 ປີ