ໃນລະຫວ່າງ ວັນທີ 15-17 ມິຖຸນາ 2023 ໄດ້ນຳພາຜູ້ປະກອບກິດຈະການ ເຂົ້າຮ່ວມງານສຳມະນາ ແລະ ພົບປະວາງສະແດງສິນຄ້າອຸດສາຫະກຳ ແລະ ເຕັກໂນໂລຢີດ້ານຂະບວນການຜະລິດ, ການແປຮູບ ແລະ ການບັນຈຸພັນແຫ່ງພູມມີພາກອາຊຽນຄັ້ງທີ 30 Porpak Asia 2023. ມີຜູ້ປະກອບການ MSME ຈຳນວນ 62 ທ່ານ ຕາງຫນ້າຈາກ ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ສະຫັວນນະເຂດ, ສາລາວັນ, ອັດຕະປື, ຈຳປາສັກ,​ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ທີ່ ຕືກໄບເທັກບາງນາ, ບາງກອກ ປະເທດໄທ.