ໃນຕອນບ່າຍຂອງວັນທີ 17 ກຸມພາ 2025, ສູນບໍລິການ SME ໄດ້ຈັດ “ກອງປະຊຸມຄະນະບໍລິຫານງານ ສບວ ແລະ ພົບປະປຶກສາຫາລືກັບຄູ່ຮ່ວມພັດທະນາຂອງ ສບວ” ຂື້ນທີ່ຫ້ອງປະຊຸມໃຫຍ່ ສຄອຊ.
ໄດ້ຮັບກຽດເປັນປະທານໂດຍ ທ່ານ ສົມຈິດ ອິນທະມິດ – ຮັກສາການປະທານຄະນະບໍລິຫານງານ ສູນບໍລິການ SME, ທັງເປັນ ທີ່ປຶກສາກິດຕິມະສັກໃຫ້ແກ່ ສຄອຊ.
ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ – ຮອງປະທານ ສຄອຊ ແລະ ທັງເປັນຄະນະບໍລິຫານງານ ສບວ, ທ່ານ ສາ ສິລິພົງ – ຮອງສຳນັກງານສົ່ງເສີມ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຮອງປະທານຄະນະບໍລິຫານງານ ສບວ, ພ້ອມທັງຄະນະບໍລິຫານງານ ສບວ, ບັນດາຄູ່ຮ່ວມພັດທະນາ, ຕາງໜ້າຈາກພາກລັດ ແລະ ອົງການຈັດຕັ້ງສາກົນ.




ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ພ້ອມທັງແຜນຍຸດທະສາດໃນຕໍ່ໜ້າຂອງ ສບວ ທົ່ວປະເທດ ແລະ ບັນດາຄູ່ຮ່ວມພັດທະນາ. ເນື່ອງໃນໂອກາດດຽວກັນນີ້ ກໍ່ໄດ້ມີການຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສູນບໍລິການ SME ຄົບຮອບ 8ປີ.