ສູນບໍລິການ SME, ສຄອຊ ໄດ້ຈັດຝຶກອົບຮົມ ພາຍໃຕ້ຫົວຂໍ້: ທັກສະໃນການເຮັດວຽກລົງເລິກສະເພາະດ້ານ “ການບັນຊີ-ການເງິນ ແບບມືອາຊີບ” ເຊີ່ງການຝຶກອົບຮົມແມ່ນຈະໄດ້ຈັດຂື້ນໃນລະຫວ່າງວັນທີ 24-25 ມີຖຸນາ 2025 ທີ່ ສຄອຊ. ໂດຍການເປັນປະທານ ຂອງ ທ່ານພຸດທະສອນ ພົມວິໃສ ຫົວໜ້າສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ. ຝຶກອົບຮົມດັ່ງກ່າວສອນໂດຍ ທ່ານປອ. ນ ແກ້ວສຸດໃຈ ປຣະເສີດ ປະທານ ບໍລິສັດ ປຣະເສີດ ບໍລິການທຸລະກິດ ຈຳກັດຜູ້ດຽວ



