ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2025, ສູນບໍລິການ SME ຮ່ວມກັບ ບໍລິສັດ Bezz Solution ໄດ້ຈັດສໍາມະນາ “ທາງອອກໃນການຮັບສະໝັກພະນັກງານ Practical Solutions for Recruitment, ເໝາະກັບ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ SMEs ແລະ ຜູ້ບໍລິຫານບຸກຄະລາກອນ”.

ຈຸດປະສົງຂອງການຈັດສຳມະນາໃນຄັ້ງນີ້ ແມ່ນເພື່ອຊ່ວຍໃຫ້ຄໍາແນະນໍາກັບຜູ້ປະກອບການທີ່ປະສົບຂໍ້ທ້າທາຍໃນການຊອກຫາພະນັກງານທີ່ມີຄຸນນະພາບໃນປະຈຸບັນ, ການວິເຄາະພະນັກງານເຊີງຈິດຕະວິທະຍາກ່ອນຮັບສະໝັກ, ນອກຈາກນັ້ນຍັງມີເວທີເສວະນາຈາກແຂກຮັບເຊິນສຸດພິເສດທັງ 2ທ່ານຄື: ທ່ານ ໄຊບັນດິດ ຣາຊະພົນ – ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທ່ານ ບຸນສະນິດ ອິນທິພາບ – ສ່ຽວຊານ HRD ແລະ ໃຫ້ກຽດດຳເນີນວາລະໂດຍ ທ່ານ ວິຍາສອນ ມູນນະລາດ, ຜູ້ອໍານວຍການບໍລິຫານ Bezz Solution, ຮອງປະທານສະພາການຄ້າແລະອຸດສາຫະກໍາເອີລົບປະຈໍາລາວ.