ໃນວັນທີ 19 ກັນຍາ 2025 ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ບໍລິສັດ ສີຫວັດ ທີ່ປຶກສາກົດໝາຍ ຈໍາກັດ. ໄດ້ຈັດ​ ສຳມະນາ ‘’ກ່ຽວກັບການສ້າງຕັ້ງ, ການຄຸ້ມຄອງວິສາຫະກິດ ແລະ ຫຼັກການໃນການບໍລິຫານຢ່າງເປັນມືອາຊີບສຳລັບ ຜູ້ປະກອບການ MSME‘’. ເພື່ອໃຫ້ຫົວໜ່ວຍຜູ້ປະກອບການ MSME ໄດ້ຮຽນຮູ້ເຂົ້າໃຈເຖິງລະບຽບຫຼັກການໃນການສ້າງຕັ້ງຄຸ້ມຄອງວິສາຫະກິດໃຫ້ມີຖານະເປັນນິຕິບຸກຄົນ ທີ່ມີສິດ ແລະ ພັນທະຕາມລະບຽບກົດໝາຍໃນການດຳເນີນທຸລະກິດ ການສ້າງລະບົບກົນໄກຄຸ້ມຄອງໂຄງຮ່າງການຈັດຕັ້ງ, ການບໍລິຫານ ແລະ ການຄຸ້ມຄອງກວດກາ ພາຍໃນວິສາຫະກິດ, ການເຕີບໃຫຍ່ ແລະ ຄວາມໝັ້ນຄົງ ຂອງວິສາຫະກິດ ໃນອານາຄົດ.