ໃນວັນທີ່ 19 ທັນວາ 2025 ທີ່ຜ່ານມາ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດກິດຈະກຳ ‘’ງານສົ່ງເສີມຜູ້ປະກອບກິດຈະການໃຫ້ແກ່ໄວໜຸ່ມ ແລະ ຈຸນລະວິສາຫະກິດ, ວິສາຫະກິດ ຂະຫນາດນ້ອຍ ແລະ ກາງ’’ ຈັດຂຶ້ນ ທີ່ ຫ້ອງປະຊຸມ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາ ກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະ ກຳ ແຫ່ງຊາດລາວ, ທ່ານ ວິໄສ ອິນດາລາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງ, ທ່ານ ອາລຸນ ບຸນວິໄລ ຫົວຫນ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ແລະ ທ່ານ ສີວອນ ເພັງມີໄຊ ຮອງຫົວຫນ້າພະແນກ ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ມີຕາງໜ້າຂະແໜງການກ່ຽວຂ້ອງ ພາກລັດ, ພາກທຸລະກິດ, ພ້ອມການປະກອບສ່ວນຈາກພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ, ແລະ ນັກຮຽນ-ນັກສຶກສາ ຈາກວິທະຍາໄລ, ໂຮງຮຽນພາຍໃນເທດສະບານແຂວງ ເຂົ້າຮ່ວມ.

ຈຸດປະສົງ ເປົ້າໝາຍງານດັ່ງກ່າວ ເພື່ອສົ່ງເສີມຜູ້ປະກອບກິດຈະການໄວໜຸ່ມກາຍເປັນຜູ້ປະກອບການໃນອານາຄົດ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມ ໃຫ້ໄວໜຸ່ມ ມີທັກສະ ຄວາມຮູ້, ຄວາມສາມາດໃນການປະກອບອາຊີບ ສ້າງໃຫ້ບັນດາໄວໜຸ່ມນັກສຶກສາ ໄດ້ມີໂອກາດສະແດງແນວຄວາມຄິດ, ແລກປ່ຽນບົດຮຽນ ກັບຄູ່ຝືກ, ນັກທຸລະກິດ ແລະ ນັກສຶກສາດ້ວຍກັນ.

ການຈັດກິດຈະກຳ ເພື່ອສ້າງໂອກາດ ແລະ ທ່າແຮງ ໃຫ້ແກ່ ຜູ້ປະກອບກິດຈະການໃຫ້ແກ່ໄວໜຸ່ມແຂວງອຸດົມໄຊ ການດຳເນີນກິດຈະກຳ ໃຫ້ບັນດານ້ອງນັກຮຽນ-ນັກສຶກສາ ຊາວຫນຸ່ມ-ໄວຫນຸ່ມ ໄດ້ຮັບຟັງ ແລະ ຮຽນຮູ້ ທາງດ້ານທິດສະດີ ກ່ຽວກັບ ຄວາມໝາຍ, ຄວາມສຳຄັນ, ວິໄສທັດ ຂອງການເປັນຜູ້ປະກອບການ, ການສ້າງ ແລະ ນຳສະເໜີ ແຜນການດຳເນີນທຸລະກິດ ລວມທັງ ການຖ່າຍທອດ ຄວາມຮູ້, ປະສົບການ ຈາກ ຜູ້ຊ່ຽວຊານ ແລະ ປະສົບຜົນສຳເລັດໃນການດຳເນີນທຸລະກິດທີ່ຜ່ານມາ. ຈາກນັ້ນ ໄດ້ມີການຈັດຕັ້ງປະຕິບັດຕົວຈິງ ດ້ວຍການທົດລອງ ນຳສະເໜີ ແນວຄວາມຄິດຂອງຕົນເອງ ກ່ຽວກັບ ນະວັດຕະກຳ ແລະ ຄວາມຄິດສ້າງສັນ, ການສ້າງວິໄສທັດ ໃນການເປັນຜູ້ປະກອບການ, ແນວຄິດ ກ່ຽວກັບ ການດຳເນີນທຸລະກິດ, ການສ້າງແຜນດຳເນີນທຸລະກິດ ພ້ອມທັງ ມີການນຳສະເໜີ ໂດຍກຳນົດເປັນແຕ່ລະກຸ່ມ ໃຫ້ບັນດາຄະນະກຳມະການໄດ້ຮັບຟັງ. ຕອນທ້າຍຂອງກິດຈະກຳ ຍັງມີການ ຄັດເລືອກ ແລະ ປະກາດຜົນ ໃນການສ້າງແຜນທຸລະກິດທີ່ດີເດັ່ນ ພ້ອມມອບລາງວັນ ໃຫ້ແກ່ ກຸ່ມທີ່ໄດ້ຮັບລາງວັນ ຕາມແຕ່ລະປະເພດ.