ໃນວັນທີ 03 ເມສາ 2026 ສູນບໍລິການ SME, ສຄອຊ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳເມືອງໄຊ, ສູນບໍລິການ SME ແຂວງອຸດົມໄຊ. ຈັດຝຶກອົບຮົມ: “ສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ, ສະພາການຄ້າ ແລະ ອຸດສາຫະກຳຂັ້ນເມືອງ, ສະມາຄົມທຸລະກິດ, ຜູ້ປະກອບການ MSME ໂດຍການນຳໃຊ້ລະບົບບັນຊີການເງິນ ແລະ ເຄື່ອງມື AI ເພື່ອເຂົ້າຫາແຫຼ່ງທຶນ ແລະ ການຕະຫຼາດ”
ຈຸດປະສົງຂອງການຈັດສຳມະນາໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະກອບການຮຽນຮູ້ລະບຽບຫຼັກການໃນການຄຸ້ມຄອງບໍລິຫານທຸລະກິດໃນຍຸກສະໄໝໃໝ່ ແລະ ສາມາດເຂົ້າເຖິງນະວັດຕະກຳໃໝ່ໆໃຫ້ທັນຍຸກທັນສະໄໝ. ໂດຍໃຫ້ກຽດເປັນປະທານໂດຍ:
ທ່ານ ສົມຈັນ ເທບພາລີ ປະທານ ຄະນະກຳມະການປົກຄອງເມືອງໄຊ
ທ່ານ ວິໄສ ອິນດາລາ ຫົວໜ້າ ສູນບໍລິການ SME ແຂວງອຸດົມໄຊ
ທ່ານ ສິດທິໄຊ ສິດທິລາດ ປະທານ ສະພາການຄ້າ ແລະ ອຸດສາຫະກຳເມືອງໄຊ
ທ່ານ ພຸດທະສອນ ພົມວິໃສ ຫົວໜ້າ ສູນບໍລິການ SME, ສຄອຊ
ຈັດຂື້ນທີ່: ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ





