ໃນຕອນບ່າຍຂອງວັນທີ 29 ມິຖຸນາ 2026 ທີ່ຜ່ານມາ, ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພາຍໃຕ້ຊື່ “ກອງທຶນນາງຟ້າ ພາຍໃຕ້ບ້ວງເງິນສະສົມຂອງ ທສວ ປະຈຳປີ 2026”.
ໃຫ້ກຽດຮ່ວມລົງນາມໂດຍ:
– ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມສົ່ງເສີມ ຈນກ, ທັງເປັນຜູ້ອຳນວຍການ ທສວ.
– ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສຄອຊ.
ໃຫ້ກຽດເປັນສັກຂີພະຍານໃນພິທີໂດຍ:
ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ,
ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ,
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ພ້ອມດ້ວຍຄະນະບໍລິຫານງານ ແລະ ແຂກຜູ້ມີກຽດເຂົ້າຮ່ວມ.
ຈຸດປະສົງຫຼັກຂອງການສະໜອງທຶນ(ໄລຍະ 5 ປີ) ໃນຄັ້ງນີ້ແມ່ນເພື່ອ:
– ເພີ່ມທຶນຄ້ຳປະກັນສິນເຊື່ອ: ຊ່ວຍເຫຼືອ ຈນກ ທີ່ບໍ່ມີຫຼັກຊັບ ຫຼື ມີຫຼັກຊັບຄ້ຳປະກັນບໍ່ພຽງພໍ ແຕ່ຕ້ອງການຂໍສິນເຊື່ອຈາກທະນາຄານທຸລະກິດ (ປະຕິບັດຕາມລະບຽບກອງທຶນນາງຟ້າ).
– ສ້າງຄວາມເຂັ້ມແຂງ: ສົ່ງເສີມດ້ານວິຊາການໃຫ້ແກ່ ຈຸນລະວິສາຫະກິດ ແລະ ສຄອຊ.
ເຊີ່ງ ທສວ ໄດ້ສະໜອງທຶນໃຫ້ແກ່ ກອງທຶນນາງຟ້າ ຂອງ ສຄອຊ ເປັນມູນຄ່າສູງເຖິງ 5,000 ລ້ານກີບ (ໄລຍະເວລາ 05 ປີ). ຜົນງານທີ່ຜ່ານມາ (2020-2025): ທສວ ໄດ້ສະໜອງທຶນບ້ວງເງິນສະສົມໃຫ້ ສຄອຊ ຈຳນວນ 500 ລ້ານກີບ ຊຶ່ງສາມາດຊ່ວຍເຫຼືອຈຸນລະວິສາຫະກິດໃນຂະແໜງກະສິກຳ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ໄດ້ຈຳນວນ 5 ຫົວໜ່ວຍ ໃຫ້ສາມາດເຂົ້າເຖິງທຶນ ແລະ ຂະຫຍາຍການຜະລິດໄດ້ຢ່າງມີປະສິດທິຜົນ.
ການລົງນາມໃນຄັ້ງນີ້ ຖືເປັນກ້າວກະໂດດຄັ້ງສຳຄັນ ທີ່ຈະຊ່ວຍປົດລັອກຂໍ້ຈຳກັດດ້ານທຶນຮອນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຈຸນລະວິສາຫະກິດລາວ ໃຫ້ສາມາດເຕີບໂຕໄດ້ຢ່າງຍືນຍົງ!
#ສຄອຊ#ທສວ#ກອງທຶນນາງຟ້າ#ກອງທຶນສົ່ງເສີມMSME#ກະຊວງອຸດສາຫະກຳແລະການຄ້າ#ພັດທະນາເສດຖະກິດລາວ
#ສບວ#ສູນບໍລິການSME#SME_Service_Center#SSC











