ໃນຊ່ວງວັນທີ 01–03 ກໍລະກົດ 2026, ສູນບໍລິການ SME (ສຄອຊ) ໄດ້ນຳພາຄະນະຜູ້ປະກອບກິດຈາກ ສປປ ລາວ ເຂົ້າຮ່ວມສຳມະນາ ແລະ ຢ້ຽມຢາມງານ Thai Water Expo 2026 ແລະ Mobility Tech Asia 2026 ຈັດຂຶ້ນທີ່ ສູນປະຊຸມແຫ່ງຊາດ ສິຣິກິດ, ກຸງເທບບາງກອກ, ປະເທດໄທ.
ພາຍໃນງານມີການວາງສະແດງສິນຄ້າ ແລະ ນະວັດຕະກຳດ້ານເທັກໂນໂລຊີຫຼາຍປະເພດ ເຊັ່ນ:
- ລະບົບການບໍລິຫານຈັດການນ້ຳ
- ອຸປະກອນການຜະລິດອຸດສາຫະກຳ
- ລົດໄຟຟ້າ EV ຮຸ່ນໃໝ່ທີ່ເປັນມິດຕໍ່ສິ່ງແວດລ້ອມ
ການເຂົ້າຮ່ວມໃນຄັ້ງນີ້ ເປັນໂອກາດໃຫ້ຜູ້ປະກອບກິດຈາກລາວ ໄດ້ເພີ່ມພູນຄວາມຮູ້, ເບິ່ງເຫັນແນວໂນ້ມເທັກໂນໂລຊີໃໝ່ ແລະ ສ້າງໂອກາດທາງທຸລະກິດກັບພາກສ່ວນຕ່າງປະເທດ.



