ວັນທີ 15 ຕຸລາ 2026 — ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດກອງປະຊຸມປະຖົມມະເລີກ ຄະນະບໍລິຫານງານ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຊຸດໃໝ່).
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ສົມຈິດ ອິນທະມິດ, ປະທານບໍລິຫານງານ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ພ້ອມທັງເປັນ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂດຍມີຄະນະບໍລິຫານງານຊຸດໃໝ່ເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ມີການນຳສະເໜີ ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ. ພ້ອມດຽວກັນນັ້ນ, ຍັງໄດ້ມີການລາຍງານຜົນການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເພື່ອສະຫຼຸບຕີລາຄາ ຈຸດດີ, ຈຸດອ່ອນ ແລະ ສິ່ງທ້າທາຍຕ່າງໆ.
ນອກຈາກນີ້, ທີ່ປະຊຸມຍັງໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບການປັບປຸງກົນໄກ ແລະ ບົດບາດການເຄື່ອນໄຫວ ເພື່ອຂັບເຄື່ອນວຽກງານໃຫ້ສອດຄ່ອງກັບ ແຜນພັດທະນາຍຸດທະສາດ ຂອງສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕໍ່ໜ້າ.





