ໃນຕອນບ່າຍ ວັນທີ 02 ກັນຍາ 2022 ທີ່ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ ໄດ້ມີພິທີເປີດ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງ ອຸດົມໄຊ (ສບວ.ອຊ) ແຫ່ງທີ່ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງ ພະນະທ່ານ ບຸນຄົງ ຫ້ຼາຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງອຸດົມໄຊ,​ ພະນະທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ, ລວມທັງອົງການຈັດຕັ້ງສາກົນ ຈາກສູນກາງ, ພາຍໃນແຂວງ ແລະ ບັນດາແຂວງໃກ້ຄຽງເຂົ້າຮ່ວມ ສູນດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມທີ່ຈະໃຫ້ບໍລິການແກ່ຜູ້ປະກອບກິດຈະການ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານການຄຸ້ມຄອງບໍລິຫານທຸລະກິດໃຫ້ມີຄວາມເຂັ້ມແຂງ, ພ້ອມໃນການແຂ່ງຂັນ ແລະ ປະກອບສ່ວນເຂົ້າ ໃນການສ້າງສາພັດທະນາເສດຖະກິດ ຕາມແນວທາງນະໂຍບາຍຂອງລັດຖະບານ. ພາຍໃຕ້ການການສະໜັບສະໜູນໂຄງການສົ່ງເສີມການຮ່ວມມືທາງດ້ານເສດຖະກິດພາກພື້ນອາຊີ (SRECA); ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງພາກພື້ນສຳລັບວິສາຫະກິດຂະໜາດນ້ອຍແລະກາງໃນພາກພື້ນອາຊຽນ (ASEAN SME), ອົງການ GIZ. ແລະ ການປະກອບສ່ວນຈາກພາກທຸລະກິດອີກດ້ວຍ.​