ໃນວັນທີ 13/10/2023 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ໃນໂຄງການ Smart SME Bootcamp ລະຫວ່າງ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແລະ ບໍລິສັດ ສະມາດເທັກໂນໂລຢີ ຈໍາກັດ ແລະ ບໍລິສັດ ອານຸວົງ ມາເກັດຕິ້ງໂຊລູຊັ້ນ ຈໍາກັດ. ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ ແລະ ມີອາຈານທີ່ຢູ່ໃນໂຄງການ ແລະ ບັນດາສະມາຄົມ ເຂົ້າຮ່ວມພາຍໃນງານ, ໂຄງການດັ່ງກ່າວແມ່ນມີຈຸດປະສົງເພື່ອສົ່ງເສີມ ແລະ ໃຫ້ບໍລິການທາງດ້ານເຕັກນິກວິຊາການໃຫ້ແກ່ຜູ້ປະກອບກິດຈະການວິສາຫະກິດຂະໜາດນ້ອຍ ແລະ ກາງ ທາງດ້ານການພັດທະນາ ແລະ ບໍລິຫານອົງກອນເຊັ່ນ: ການບໍລິຫານບັນຊີແບບທັນສະໄໝ, ການບໍລິຫານການຕະຫຼາດຍຸກດີຈີຕອນ, ການບໍລິຫານບຸກຄະລາກອນ, ການບໍລິຫານເອກະສານ, ການອອກແບບການຫຸ້ມຫໍ່ຜະລິດຕະພັນ ແລະ ການບໍລິການອື່ນໆທີ່ຈໍາເປັນ ສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສ້າງໂອກາດໃນການກ້າວໄປສູ່ການເຕີບໃຫຍ່ຂອງພາກທຸລະກິດ ຢູ່ ສປປ ລາວ.