ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ສຄອຊ. ໄດ້ນຳພາຜູ້ປະກອບກິດຈະການຈາກ ສປປ ລາວ ເຂົ້າຮ່ວມສໍາມະນາ ແລະ ພົບປະນັກທຸລະກິດໃນງານ: “Jewellery & Gem ASEAN Bangkok 2025” ທີ່ ສູນປະຊຸມແຫ່ງຊາດ ສິຣິກິດ, ບາງກອກ, ປະເທດ ໄທ. ໃນລະຫວ່າງວັນທີ 22-24 ເມສາ 2026,

ພາຍໃນງານ ນອກຈາກຈະມີສຳມະນາ ແລະ ວາງສະແດງແລ້ວ, ຍັງມີການເດີແບບຈາກບັນດາຮ້ານດັງ ທັງເປັນງານຈັບຄູ່ທາງທຸລະກິດກັບຮ້ານຕ່າງໆທີ່ວາງສະແດງໃນງານ ແລະ ແຂກຖືກເຊີນຈາກຕ່າງປະເທດອີກດ້ວຍ.