ວັນທີ 18 ສິງຫາ 2026: ສູນບໍລິການ SMEs, ສຄອຊ ແລະ ສູນອາຊຽນ-ຈີນ (ASEAN-China Centre: ACC) ໄດ້ຈັດກອງປະຊຸມສາມະນາ ໃນຫົວຂໍ້: “ການເສີມສ້າງຄວາມສາມາດ ອາຊຽນ (ລາວ) – ຈີນ ໃນການສົ່ງອອກຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໂດຍຜ່ານສັນຍາການຄ້າເສລີ ອາຊຽນ-ຈີນ (FTA 3.0)” ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ ສຄອຊ, ນະຄອນຫຼວງວຽງຈັນ.
ກອງປະຊຸມສາມະນາໃນຄັ້ງນີ້ ຈັດຂຶ້ນໂດຍມີເປົ້າໝາຍສຳຄັນໃນການຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ກຽມຄວາມພ້ອມດ້ານທຸກມຸມມອງໃຫ້แก่ ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ຂອງລາວ ເພື່ອໃຫ້ສາມາດນຳໃຊ້ສິດທິປະໂຫຍດທາງດ້ານພາສີ ແລະ ມາດຕະການອຳນວຍຄວາມສະດວກທາງການຄ້າ ພາຍໃຕ້ກອບສັນຍາການຄ້າເສລີ ອາຊຽນ-ຈີນ ເວີຊັນ 3.0 (FTA 3.0) ເຂົ້າໃນການຂະຫຍາຍຕະຫຼາດສົ່ງອອກໄປຍັງ ສປ ຈີນ ຢ່າງມີປະສິດທິພາບ.
ໃຫ້ກຽດເຂົ້າຮ່ວມ ແລະ ດຳເນີນພິທີເປີດກອງປະຊຸມຢ່າງເປັນທາງການ ມີ ທ່ານ ວິທູນ ສິດທີມໍລະດາ, ຮອງຫົວໜ້າກົມສົ່ງເສີມ MSMEs, ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ມານິດໂຕ ພົມໂພທິ, ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ; ແລະ ທ່ານ ນາງ ຈາວ ຫົງ, ຜູ້ອຳນວຍການຝ່າຍການຄ້າ ແລະ ການລົງທຶນ ຂອງສູນອາຊຽນ-ຈີນ.
ເນື້ອໃນສຳຄັນ ແລະ ຫົວຂໍ້ການຖ່າຍທອດຄວາມຮູ້: ພາຍໃນກອງປະຊຸມສາມະນາ ໄດ້ມີການນຳສະເໜີ ແລະ ຖ່າຍທອດຄວາມຮູ້ຢ່າງເຈາະຈຶກຈາກຜູ້ຊ່ຽວຊານ ແລະ ຕົວແທນພາກຮັດ-ເອກະຊົນ ໃນ 3 ຫົວຂໍ້ຫຼັກ:
- ແນະນຳສັນຍາຮ່ວມມືພາກພື້ນ, ໂອກາດ ແລະ ສິ່ງທ້າທາຍ ຂອງ FTA 3.0 ສຳລັບທຸລະກິດລາວ: ບັນຍາຍໂດຍ ທ່ານ ສົມພອນ ພາດີ, ຫົວໜ້າພະແນກການຄ້າດ້ານສິນຄ້າ, ກົມເຈລະຈາ ແລະ ຮ່ວມມືສາກົນ (ກະຊວງ ອຄ).
- ສິ່ງທ້າທາຍຂອງ MSMEs ໃນການກຽມພ້ອມສົ່ງອອກທີ່ມີຄຸນນະພາບໄປຍັງ ສປ ຈີນ: ບັນຍາຍໂດຍ ທ່ານ ພອນໄຊ ແສງສຸລິຈັນ, ຕົວແທນຈາກ ບໍລິສັດ ໂຊກຣີນ.
- ທິດທາງການນຳເຂົ້າສິນຄ້າຈີນ, ພາສີພິເສດ ແລະ ຂັ້ນຕອນການປະຕິບັດຕົວຈິງໃນການສົ່ງອອກ: ບັນຍາຍໂດຍ ທ່ານ ໄຈ້ ຊື່ຢົງ, ຜູ້ຈັດການອາວຸໂສ ບໍລິສັດ PwC.








