📍ໃນວັນທີ 6 ພຶດສະພາ 2026, ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດຳເນີນໂຄງການ ການສົ່ງເສີມທັກສະທາງດ້ານ AI ໃຫ້ແກ່ MSMEs ໃນ ສປປ ລາວ ລະຫວ່າງ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ແລະ ບໍລິສັດ XM Technovator
📝 ເຂົ້າຮ່ວມເປັນປະທານ ແລະ ລົງນາມໃນຄັ້ງນີ້ໂດຍ ທ່ານ ພຸດທະສອນ ພົມວິໃສ, ຫົວໜ້າສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ໂອພະກອນ ກຸໂພຄຳ, ຜູ້ກໍ່ຕັ້ງ ແລະຜູ້ອຳນວຍການ ບໍລິສັດ XM Technovator ພ້ອມດ້ວຍພະນັກງານຈາກທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
🤝 ການຮ່ວມມືໃນຄັ້ງນີ້ ມີຈຸດປະສົງເພື່ອເປັນຂອບການຮ່ວມມືທັງສອງຝ່າຍໃນການຈັດຕັ້ງປະຕິບັດໂຄງການລິເລີ່ມການສົ່ງເສີມທັກສະທາງດ້ານ AI ໃຫ້ແກ່ MSMEs ໃນ ສປປ ລາວ ໂດຍມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ເພີ່ມຄວາມໝັ້ນໃຈໃຫ້ແກ່ MSMEs ໃນການນຳໃຊ້ AI ເຂົ້າໃນຂະບວນການດຳເນີນທຸລະກິດ, ການເຂົ້າເຖິງລູກຄ້າ ແລະ ການເພີ່ມປະສິດທິພາບໃນການບໍລິຫານ ໂດຍຜ່ານການນຳໃຊ້ຕົວຈິງ. ພ້ອມກັນນັ້ນ, ຍັງແນໃສ່ສ້າງລະບົບນິເວດ ທີ່ເອື້ອອຳນວຍໃຫ້ແກ່ການຫັນເປັນທັນສະໄໝ ຜ່ານການປຶກສາຫາລືດ້ານນະໂຍບາຍ ແລະ ການສ້າງຄູ່ຮ່ວມພັນທະມິດທາງທຸລະກິດ.
ໃນການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ຖືເປັນບາດກ້າວທີ່ສຳຄັນໃນການຍົກລະດັບຂີດຄວາມສາມາດຂອງ MSMEs ລາວ ໃຫ້ກ້າວທັນກັບເຕັກໂນໂລຊີລະດັບສາກົນ
ທັງສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ໃຫ້ເກີດເປັນຜົນສຳເລັດຕົວຈິງ ແລະ ເກີດປະໂຫຍດສູງສຸດແກ່ຜູ້ປະກອບການທົ່ວປະເທດ. ພວກເຮົາເຊື່ອໝັ້ນວ່າ ພະລັງຂອງ AI ຈະເປັນກຸນແຈສຳຄັນທີ່ຈະຊ່ວຍໃຫ້ທຸລະກິດລາວເຕີບໂຕຢ່າງເຂັ້ມແຂງ ແລະ ຍືນຍົງໃນຍຸກດິຈິຕອນ 📈