ໃນວັນທີ 6 ສິງຫາ 2026 ສູນບໍລິການ SME ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ Rents Buy Sole Co., Ltd ເພື່ອສ້າງຄວາມຮ່ວມມືໃນການພັດທະນາການບໍລິການ ແລະ ສົ່ງເສີມທຸລະກິດຂະຫນາດນ້ອຍ–ກາງ (MSMEs) ໃນປະເທດລາວ.
ເປົ້າໝາຍຂອງການຮ່ວມມື
- ພັດທະນາການບໍລິການທາງທຸລະກິດໃຫ້ມີປະສິດທິຜົນຫຼາຍຂຶ້ນ
- ສ້າງເຄື່ອຂ່າຍຮ່ວມງານລະຫວ່າງພາກລັດ ແລະ ພາກເອກະຊົນ
- ສົ່ງເສີມໃຫ້ MSMEs ເຂົ້າເຖິງບໍລິການທີ່ມີຄຸນນະພາບ
ສານສຳຄັນໃນການເຊັນ MOU
- ການຮ່ວມມືໃນການພັດທະນາລະບົບບໍລິການ
- ການແລກປ່ຽນຂໍ້ມູນ ແລະ ປະສົບການທາງທຸລະກິດ
- ການຮ່ວມກັນສ້າງໂອກາດໃໝ່ໆ ໃຫ້ທຸລະກິດລາວ
ຜົນທີ່ຄາດຫວັງ
- MSMEs ເຂົ້າເຖິງບໍລິການທີ່ມີມາດຕະຖານສູງຂຶ້ນ
- ການຮ່ວມມືລະຫວ່າງພາກລັດ–ເອກະຊົນແນ່ນແຟ້ນຂຶ້ນ
- ການພັດທະນາບໍລິການ ແລະ ແນວທາງທຸລະກິດໃໝ່ໆ


