ໂຄງການ “ທັກສະເພື່ອການເຕີບໂຕ: ການລະດົມຄວາມຊ່ຽວຊານ ເພື່ອສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ”: ມີຈຸດປະສົງເພື່ອຍົກລະດັບຂີດຄວາມສາມາດໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ທີ່ມີທ່າແຮງ ແລະ ມີຄວາມມຸ່ງໝັ້ນໃນການພັດທະນາທຸລະກິດໃຫ້ເຕີບໂຕຢ່າງຍືນຍົງ.

ໂຄງການດັ່ງກ່າວແມ່ນຮ່ວມຈັດຕັ້ງໂດຍ ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (DOSMEP), ກະຊວງອຸດສາຫະກຳ ແລະ ການຄ້າ, ສູນບໍລິການ SME ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ມູນນິທິເອເຊຍ (The Asia Foundation).

📌 ການພັດທະນາທັກສະ ແລະ ຄວາມສາມາດທາງທຸລະກິດ

ຜ່ານຂະບວນການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮັບການພັດທະນາຄວາມຮູ້ ແລະ ທັກສະທີ່ຈຳເປັນສຳລັບການດຳເນີນທຸລະກິດໃນຍຸກເສດຖະກິດດີຈີຕອນ ຊຶ່ງປະກອບມີ:

1. ການນຳໃຊ້ປັນຍາປະດິດ (AI) ແລະ ເຄື່ອງມືດີຈີຕອນເພື່ອພັດທະນາທຸລະກິດ;

2. ການຕະຫຼາດດີຈີຕອນ ແລະ ການສ້າງເນື້ອຫາດ້ວຍ AI;

3. ການວິເຄາະທຸລະກິດ ແລະ ການບໍລິຫານການເງິນ;

4. ການຂຽນແຜນທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນ.

🤝 ຈາກການຮຽນຮູ້ ສູ່ການປະຕິບັດຕົວຈິງ

ຈຸດເດັ່ນຂອງໂຄງການ ແມ່ນການໃຫ້ຄຳປຶກສາ ແລະ Coaching ແບບຕົວຕໍ່ຕົວ ໂດຍຜູ້ຊ່ຽວຊານ ແລະ Mentor ທີ່ມີປະສົບການທາງດ້ານທຸລະກິດ.

❄️ຂະບວນການນີ້ຊ່ວຍໃຫ້ຜູ້ປະກອບການສາມາດທົບທວນ, ປັບປຸງແຜນທຸລະກິດ, ກຳນົດເປົ້າໝາຍ ແລະ ວາງແນວທາງການເຕີບໂຕໃນອະນາຄົດໄດ້ຢ່າງຊັດເຈນຂຶ້ນ.

🌱 ການຕໍ່ຍອດສູ່ການເຕີບໂຕ

ພາຍຫຼັງຜ່ານຂະບວນການຮຽນຮູ້ ແລະ Coachingແລ້ວ, ບັນດາຫົວໜ່ວຍທຸລະກິດກໍ່ໄດ້ນຳສະເໜີແຜນທຸລະກິດ ແລະ ແນວທາງການພັດທະນາຂອງຕົນ. ນອກຈາກນີ້, ບາງຫົວໜ່ວຍຍັງໄດ້ຮັບທຶນສະໜັບສະໜູນຂະໜາດນ້ອຍ ເພື່ອນຳໄປຕໍ່ຍອດ ແລະ ຜັນຂະຫຍາຍແຜນພັດທະນາທຸລະກິດຂອງຕົນໃຫ້ເປັນຮູບປະທຳ.

ໂຄງການນີ້ ຈຶ່ງບໍ່ແມ່ນພຽງແຕ່ການຝຶກອົບຮົມ ເພື່ອເສີມສ້າງຄວາມຮູ້ເທົ່ານັ້ນ ແຕ່ເປັນກົນໄກໃໝ່ທີ່ສຳຄັນໃນການເຊື່ອມໂຍງຄວາມຮູ້, ທັກສະ, ຜູ້ຊ່ຽວຊານ ແລະ ແຫຼ່ງທຶນ ເຂົ້າກັບຄວາມຕ້ອງການຕົວຈິງຂອງ MSMEs ເພື່ອສ້າງພື້ນຖານໃຫ້ທຸລະກິດລາວສາມາດເຕີບໂຕ, ແຂ່ງຂັນ ແລະ ກ້າວສູ່ຍຸກເສດຖະກິດດີຈີຕອນໄດ້ຢ່າງຍືນຍົງ.

#LaoMSME#MSMEGrowth#DigitalTransformation#AI for Business #Entrepreneurship#DOSMEP#MOIC#SSC-LNCCI #The Asia Foundation.