ນວັນທີ 30 ກໍລະກົດ 2026 ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດສຳມະນາ ຫົວຂໍ້: ‘’ແນວທາງການຮ່ວມມືທາງທຸລະກິດ ແລະ ການສ້າງເຄື່ອຂ່າຍ MSMEs ລະຫວ່າງ ສປປລາວ ແລະ ລາດຊະອານາຈັກໄທ’’. ໂດຍມີຈຸດປະສົງ ເພື່ອສົ່ງເສີມແລກປ່ຽນການຄ້າຂ້າມຊາຍແດນ, ການຮ່ວມມືທາງທຸລະກິດ, ການຊອກຫາຄູ່ຄ້າ, ຕະຫຼາດນຳເຂົ້າ-ສົ່ງອອກ ແລະ ຮັບຟັງກ່ຽວກັບນະໂຍບາຍການສົ່ງເສີມການລົງທຶນລາວ-ໄທ. ໂດຍມີຄະນະຜູ້ຊຽວຊານຈາກ ມະຫາວິທະຍາໄລຊຽງໃໝ່ ແລະ ຜູ້ປະກອບກິດຈະການເຂົ້າຮ່ວມ ເພື່ອແລກປ່ຽນທາງດ້ານການຄ້າການລົງທຶນ ແລະ ຮ່ວມມືກັນໃນອານາຄົດ.
ນອກນັ້ນທັງສອງຝ່າຍຍັງໄດ້ລົງນາມເຊັນສັນຍາ MOU ວ່າດ້ວຍການຮ່ວມມືຈັບຄູ່ທາງທຸລະກິດ, ອຳນວຍຄວາມສະດວກ ແລະ ການເຊື່ອມໂຍງການຄ້າຊາຍແດນ
ພາຍໃຕ້ໂຄງການວິໄຈ MLC-MSME Recovery Network Post COVID-19



