ໃນລະຫວ່າງວັນທີ 13-15 ພຶດສະພາ 2026 ທີ່ຜ່ານມາ, ສູນບໍລິການ SME, ສຄອຊ ໄດ້ນຳພາຄະນະຜູ້ປະກອບການກວ່າ 40ທ່ານເຂົ້າຮ່ວມງານສຳມະນາ ແລະທ່ຽວຊົມງານວາງສະແດງສິນຄ້າ ‘’ສ່ວນປະສົມອາຫານ-Fi Vietnam 2026‘’ ທີ່ Saigon Exhibition and Convention Center (SECC), ໂຮຈິມິນ, ປະເທດ ຫວຽດນາມ
ພາຍໃນງານໄດ້ມີການວາງສະແດງນະວັດຕະກຳ ແລະ ເຕັກໂນໂລຊີໃໝ່ໆໃນຂະບວນການຜະລິດ ແລະ ແປຮູບອາຫານ, ວັດຖຸດິບໃນການປຸງແຕ່ງອາຫານໃໝ່ໆ


