ໂຄງການ “ທັກສະເພື່ອການເຕີບໂຕ: ການລະດົມຄວາມຊ່ຽວຊານ ເພື່ອສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ”: ມີຈຸດປະສົງເພື່ອຍົກລະດັບຂີດຄວາມສາມາດໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ທີ່ມີທ່າແຮງ ແລະ ມີຄວາມມຸ່ງໝັ້ນໃນການພັດທະນາທຸລະກິດໃຫ້ເຕີບໂຕຢ່າງຍືນຍົງ.
ໂຄງການດັ່ງກ່າວແມ່ນຮ່ວມຈັດຕັ້ງໂດຍ ກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (DOSMEP), ກະຊວງອຸດສາຫະກຳ ແລະ ການຄ້າ, ສູນບໍລິການ SME ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ມູນນິທິເອເຊຍ (The Asia Foundation).
ການພັດທະນາທັກສະ ແລະ ຄວາມສາມາດທາງທຸລະກິດ
ຜ່ານຂະບວນການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮັບການພັດທະນາຄວາມຮູ້ ແລະ ທັກສະທີ່ຈຳເປັນສຳລັບການດຳເນີນທຸລະກິດໃນຍຸກເສດຖະກິດດີຈີຕອນ ຊຶ່ງປະກອບມີ:
1. ການນຳໃຊ້ປັນຍາປະດິດ (AI) ແລະ ເຄື່ອງມືດີຈີຕອນເພື່ອພັດທະນາທຸລະກິດ;
2. ການຕະຫຼາດດີຈີຕອນ ແລະ ການສ້າງເນື້ອຫາດ້ວຍ AI;
3. ການວິເຄາະທຸລະກິດ ແລະ ການບໍລິຫານການເງິນ;
4. ການຂຽນແຜນທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນ.
ຈາກການຮຽນຮູ້ ສູ່ການປະຕິບັດຕົວຈິງ
ຈຸດເດັ່ນຂອງໂຄງການ ແມ່ນການໃຫ້ຄຳປຶກສາ ແລະ Coaching ແບບຕົວຕໍ່ຕົວ ໂດຍຜູ້ຊ່ຽວຊານ ແລະ Mentor ທີ່ມີປະສົບການທາງດ້ານທຸລະກິດ.
ຂະບວນການນີ້ຊ່ວຍໃຫ້ຜູ້ປະກອບການສາມາດທົບທວນ, ປັບປຸງແຜນທຸລະກິດ, ກຳນົດເປົ້າໝາຍ ແລະ ວາງແນວທາງການເຕີບໂຕໃນອະນາຄົດໄດ້ຢ່າງຊັດເຈນຂຶ້ນ.
ການຕໍ່ຍອດສູ່ການເຕີບໂຕ
ພາຍຫຼັງຜ່ານຂະບວນການຮຽນຮູ້ ແລະ Coachingແລ້ວ, ບັນດາຫົວໜ່ວຍທຸລະກິດກໍ່ໄດ້ນຳສະເໜີແຜນທຸລະກິດ ແລະ ແນວທາງການພັດທະນາຂອງຕົນ. ນອກຈາກນີ້, ບາງຫົວໜ່ວຍຍັງໄດ້ຮັບທຶນສະໜັບສະໜູນຂະໜາດນ້ອຍ ເພື່ອນຳໄປຕໍ່ຍອດ ແລະ ຜັນຂະຫຍາຍແຜນພັດທະນາທຸລະກິດຂອງຕົນໃຫ້ເປັນຮູບປະທຳ.
ໂຄງການນີ້ ຈຶ່ງບໍ່ແມ່ນພຽງແຕ່ການຝຶກອົບຮົມ ເພື່ອເສີມສ້າງຄວາມຮູ້ເທົ່ານັ້ນ ແຕ່ເປັນກົນໄກໃໝ່ທີ່ສຳຄັນໃນການເຊື່ອມໂຍງຄວາມຮູ້, ທັກສະ, ຜູ້ຊ່ຽວຊານ ແລະ ແຫຼ່ງທຶນ ເຂົ້າກັບຄວາມຕ້ອງການຕົວຈິງຂອງ MSMEs ເພື່ອສ້າງພື້ນຖານໃຫ້ທຸລະກິດລາວສາມາດເຕີບໂຕ, ແຂ່ງຂັນ ແລະ ກ້າວສູ່ຍຸກເສດຖະກິດດີຈີຕອນໄດ້ຢ່າງຍືນຍົງ.
#LaoMSME#MSMEGrowth#DigitalTransformation#AI for Business #Entrepreneurship#DOSMEP#MOIC#SSC-LNCCI #The Asia Foundation.















