ເໝາະສໍາລັບຜູ້ປະກອບການທີ່ຢາກກຽມພ້ອມເພື່ອເຂົ້າຫາແຫຼ່ງທຶນ ຫຼື ຜູ້ລົງທຶນຮ່ວມ ເພື່ອຂະຫຍາຍທຸລະກິດຂອງທ່ານໃຫ້ໃຫຍ່ຂຶ້ນ ແລະ ມີຄວາມເຂັມແຂງທາງດ້ານການເງິນ.

♟ຜູ້ເຂົ້າຮ່ວມຈະໄດ້ຮັບຂໍ້ມູນທີ່ສະເພາະເຈາະຈົງ ແລະ ເປັນປະໂຫຍດກັບທຸລະກິດ, ພ້ອມເປີດໂອກາດໃຫ້ຖາມໃນສິ່ງທີ່ຂ້ອງຄາໃຈໃນການເຂົ້າຫາແຫຼ່ງທຶນ ຫຼື ນັກລົງທຶນຮ່ວມທີ່ຜ່ານມາ

🔰ໂດຍຜູ້ຊຽວຊານສາຍການທະນາຄານ ການລົງທຶນທີ່ຈະມາເປັນ Speakers ໃນຄັ້ງນີ້ປະກອບມີ:

I. ທ່ານ ວິຍາສອນ ມູນນະລາດ, ອໍານວຍການ ບໍລິສັດ ເບສ໌ໂຊລູຊັນ, ເຊິ່ງເປັນຜູ້ທີ່ຊ່ຽວຊານດ້ານການທະນາຄານ ແລະ ການບໍລິຫານຈັດການອົງກອນຫຼາຍກວ່າ 20 ປີ

II. ທ່ານ ລູຄາສ໌ ນິດກາ, ອໍານວຍການ ບໍລິສັດ ເຈແອນຊີ ອິນເວສເມັນ, ທັງຍັງເປັນ ຮອງປະທານສະພາການຄ້າເອີລົບ ປະຈໍາລາວ, ທີ່ມີປະສົບການຢ່າງຫຼວງຫຼາຍດ້ານການບໍລິຫານຈັດການ ແລະ ການລົງທຶນ ທັງໃນເອີລົບ ແລະ ອາຊີຕາເວັຍອອກສຽງໃຕ້

📅ເຊິ່ງງານສໍາມະນາຈະໄດ້ຈັດຂຶ້ນໃນວັນຈັນທີ 07 ເມສາ 2025,

⏰ ເວລາ 13.30 ຫາ 16.30

♨️ສະຖານທີ່ແມ່ນ: ຫ້ອງປະຊຸມ ສະຫະພັນແມ່ຍິງ ແຂວງຫຼວງພະບາງ

✅ຄ່າເຂົ້າຮ່ວມ: 100,000 ກີບ ສໍາລັບສະມາຊິກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຊິກສະພາການຄ້າເອີລົບປະຈໍາລາວ (ພາກສ່ວນອື່ນແມ່ນ 150,000ກີບ)

form ສະໝັກ:
https://docs.google.com/forms/d/e/1FAIpQLSdKJ5Vr8uasMl2qfwSq4HSPEzgX4zQ88dOwGfwtGSoqfqlBVQ/viewform

ດາວໂຫຼດ ເເບບຟອມ:
https://dop.maf.gov.la/pdf/FORM03-AGR_SERVICE_CENTER.pdf