ວັນທີ30ພຶດສະພາ2025 ທາງສູນບໍລິການSME ສຄອ ແຫ່ງຊາດ ໄດ້ຮ່ວມຈັດກັບ ສຄອ ແຂວງ ຈຳປາສັກ ພາຍໃຕ້ກອງປະຊຸມພາກລັດ ແລະ ພາກທຸລະກິດ ເພື່ອກຳນົດບັນຫາບູລິມະສິດໃນຂະແໜງMSME ແລະ ເຜີຍແຜ່ເວບໄຊທ໌ເຊື່ອມໂຍງຕະຫຼາດພາກພື້ນ(ASEAN ACCESS) ແລະ ເວບໄຊທ໌ສູນບໍລິການ SME ແຫ່ງຊາດ ທີຫ້ອງປະຊຸມ ຈຳປາສັກແກຼນ ແຂວງ ຈຳປາສັກ, ເປັນກຽດຕ້ອນຮັບໂດຍທ່ານ ປະຈິດ ນໍລະແສງ ຮອງປະທານ ສຄອ ແຂວງ ຈຳປາສັກ, ມີຄຳເຫັນໂດຍທ່ານ ໂອພາດ ແສງມະນີ ທີປຶກສາໂຄງການASEAN SMEປະຈຳ ສປປ ລາວ ແລະ ກ່າວເປີດ ໂດຍ ທ່ານ ສົມຈິດ ອິນທະມິດ ທີປຶກສາກິດຕິມະສັກ ສຄອຊ. ຊື່ງມີຜູ້ເຂົ້າຮ່ວມທັງໝົດ 50ກວ່າທ່ານ ທີມາຈາກພາກລັດ ແລະພາກທຸລະກິດຂອງແຂວງ. ຈຸດປະສົງເປັນການປຶກສາຫາລືທົບທວນແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ MSMEໄລຍະຜ່ານມາ ແລະ ເປັນການເຜີຍແພ່ເຄື່ອງມືຂໍ້ມູນຂ່າວສານໃຫ້ແກ່ພາກທຸລະກິດ ໂດຍສະເພາະແມ່ນຜູ້ປະກອບການ ຊ່ວຍໃຫ້ມີໂອກາດເຂົ້າເຖິງຂໍ້ມູນເສດຖະກິດການຕະຫຼາດ, ແຫຼ່ງທຶນ,ນະວັດຕະກຳໃໝ່ໆ ທາງເສບໄຊສູນ Laossc la ແລະ ໃຫ້ສິ່ງອຳນວຍຄວາມສະດວກຕ່າງໆ ໂດຍສະເພາະການເຂົ້າເຖິງຂໍ້ມູນຂ່າວສານໃນພາກພື້ນ ແລະຮູບແບບກົນໄກການຫາຄູ່ຮ່ວມທຸລະກິດໄດ້ທັງພາຍໃນ ແລະ ພາກພື້ນ ໂດຍຜ່ານເວບໄຊ ASEAN ACCESS.


