ໃນລະຫວ່າງ ວັນທີ 14-16 ມັງກອນ​ 2026 ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ນຳພາຄະນະຜູ້ປະກອບກິດຈະການຈາກ ສປປ ລາວ ຫລາຍກວ່າ​ 30​ ທ່ານ​ ເດີນທາງໄປເຂົ້າຮ່ວມງານສໍາມະນາ ແລະ ພົບປະຜູ້ປະກອບກິດຈະການ​ຈັງຫວັດ​ຊຽງໃໝ່​ ພາຍໃຕ້​ ໂຄງການຈັບຄູ່ທຸລະກິດ​ ແລະ​ ສ້າງເຄື່ອຂ່າຍຜູ້ປະກອບກິດຈະການໃນພື້ນທີ່ພາກເໜືອບົນເສັ້ນທາງເສດຖະກິດພາກເໜືອ ສປປ​ ລາວ​ (NORTHERN Thai-Laos​ BUSINESS​ MATCHING 2026)​ ເພື່ອເພີ່ມໂອກາດໃຫ້ຜູ້ປະກອບກິດຈະການລາວ-ໄທ​ ໄດ້ຮ່ວມພົບປະແລກປ່ຽນສິນຄ້າ ແລະ ຫາຄູ່ຄ້າທາງດ້ານທຸລະກິດຮ່ວມກັນລະຫວ່າງສອງປະເທດລາວ-ໄທ​ ໃນຂະແໜງການຄ້າບໍລິການນຳເຂົ້າ-ສົ່ງອອກ​ໂລຈິສຕິກ, ການ​ທ່ອງທ່ຽວ​ ໂຮງແຮມ​ ຮ້ານອາຫານ, ສິນຄ້າ​ກາເຟ,​ ອາຫານແປຮູບ​ ນ້ຳໝາກໄມ້ ໝາກໄມ້ສົດ ໝາກໄມ້ອົບແຫ້ງ ແລະ​ ເຄື່ອງດື່ມ,​ ຢາສະໜູນໄພພື້ນເມືອງ,​ ສິນຄ້າເສີມຄວາມງາມ ແລະ​ ສິນຄ້າ​ODOP.​

ນອກນັ້ນທັງສອງຝ່າຍຍັງໄດ້ລົງນາມເຊັນສັນຍາ MOU​ຮ່ວມກັນ​ ໃນການສົ່ງເສີມ ແລະ​ ພັດທະນາສິນຄ້າຕ່າງໆຮ່ວມກັນ​ ເພື່ອກະກຽມຄວາມພ້ອມສົ່ງອອກສູ່ສາກົນ​ ເປັນຕົ້ນແມ່ນ ສສ ຫວຽດນາມ​ ແລະ​ ສປ​ ຈີນ​ ໃນອານາຄົດ.​ ຈັດຂື້ນທີ່ ສູນປະຊຸມນານາຊາດຄຸ້ມຄຳ ຈັງຫວັດ​ ຊຽງໃໝ່ ປະເທດໄທ​.