ໃນລະຫວ່າງ ວັນທີ 11-13 ມິຖຸນາ 2025, ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ນຳພາຄະນະຜູ້ປະກອບກິດຈະການຈາກ ສປປ ລາວ ຫລາຍກວ່າ 100ທ່ານ ເດີນທາງໄປເຂົ້າຮ່ວມງານສໍາມະນາ ແລະ ພົບປະຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເພື່ອຫາຄູ່ຄ້າທາງດ້ານທຸລະກິດ ແລະ ເຂົ້າເຖິງນະວັດຕະກຳໃຫມ່ໆ ເພື່ອນຳມາປັບໃຊ້ເຂົ້າກັບທຸລະກິດຂອງຕົນພ້ອມພັດທະນາໃຫ້ດີຂື້ນເລື່ອຍໆ.​ ‘’ໃນງານວາງສະແດງສິນຄ້າອຸດສາຫະກຳ ແລະ ເຕັກໂນໂລຢີດ້ານຂະບວນການຜະລິດ,​ ການແປຮູບ ແລະ ການບັນຈຸພັນແຫ່ງພູມີພາກອາຊຽນ ຄັ້ງທີ 32 ProPak Asia 2025‘’ ທີ່ ໄບເທັກບາງນາ, ປະເທດໄທ​.